• ຫ້ອງການ
  • |
  • 2025-02-02
  • |
  • ຂ່າວເສດຖະກິດ-ການເງິນ

 ໃນວັນທີ 29 ມັງກອນ 2025 ທີ່ພະແນກການເງິນ ນະຄອນຫຼວງວຽງຈັນ (ນວ), ໄດ້ຈັດກອງປະຊຸມ ສະຫຼຸບຕີລາຄາການຈັດຕັ້ງປະຕິບັດ ວຽກງານວິຊາສະເພາະ ປະຈໍາປີ 2024 ແລະ ທິດທາງແຜນການ ປີ 2025 ຂອງພາສີ ປະຈໍາ ນວ ໂດຍການເປັນປະທານຮ່ວມຂອງ ທ່ານ ວຽງສາລີ ອິນທະພົມ ຫົວໜ້າພະແນກການເງິນ ນວ; ທ່ານ ຄໍາມິດ ໄຊອາສາ ຮອງຫົວໜ້າກົມພາສີ ກະຊວງການເງິນ ແລະ ທ່ານ ບົວວັງ ອາຕະນາພອນ ຫົວໜ້າພາສີ ປະຈໍາ ນວ, ມີຕາງໜ້າຈາກຫ້ອງວ່າການ ນວ, ພະແນກການທີ່ກ່ຽວຂ້ອງ ແລະ ເຈົ້າໜ້າທີ່ພາສີ ປະຈໍາ ນວ ເຂົ້າຮ່ວມ.

          ໃນກອງປະຊຸມ, ທ່ານ ບົວວັງ ອາຕະນາພອນ ໄດ້ຜ່ານບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດ ວຽກງານວິຊາສະເພາະ ປະຈໍາປີ 2024 ແລະ ທິດທາງແຜນການ ປີ 2025 ຂອງພາສີ ປະຈໍາ ນວ,  ໃນນັ້ນ ໄດ້ມີຫຼາຍວຽກງານທີ່ພົ້ນເດັ່ນ ໂດຍສະເພາະການຈັດເກັບລາຍຮັບ ໃນສົກປີ 2024 ພາສີປະຈຳນະຄອນຫຼວງວຽງຈັນໄດ້ຮັບແຜນການຈັດເກັບລາຍຮັບ ຈໍານວນ 5,442 ຕື້ກີບ, ຜ່ານການຈັດຕັ້ງປະຕິບັດ 12 ເດືອນ ສາມາດຈັດເກັບໄດ້ 7,101 ຕື້ກວ່າກີບ ເທົ່າກັບ 130.49% ຂອງແຜນປີ; ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ປະຕິບັດໄດ້ 5,616 ຕື້ກວ່າກີບ, ເພີ່ມຂຶ້ນຈາກປີຜ່ານມາ 1,485 ຕື້ກວ່າກີບ ຫຼື ເທົ່າກັບ 26.44%. ສໍາລັບວຽກງານກວດກາ ໄດ້ມີຫຼາຍຄະດີທີ່ເກີດຂຶ້ນ ໃນນັ້ນ, ຄະດີພາຫະນະ 15 ຄະດີ, ໄດ້ລາຍຮັບເປັນເງິນ 400 ລ້ານກວ່າກີບ ແລະ ຍັງມີຄະດີຢາເສບຕິດ, ຄະດີອື່ນໆທີ່ຕິດພັນ.

          ຄຽງຄູ່ກັບການຈັດຕັ້ງປະຕິບັດວຽກວິຊາສະເພາະ ຂະແໜງພາສີ ຍັງໄດ້ເອົາໃຈໃສ່ໃນການຫັນເປັນທັນສະໄໝ, ເຊິ່ງໃນສົກປີ 2024 ໄດ້ຍົກລະດັບລະບົບແຈ້ງພາສີ (NSWA+ ) ໃຫ້ຮັບປະກັນໃນການບໍລິການແຈ້ງພາສີ ແລະ ຝຶກອົບຮົມການນໍາໃຊ້ໃຫ້ແກ່ພະນັກງານພາສີ ແລະ ພາກສ່ວນກ່ຽວຂ້ອງ; ຍົກລະດັບ ລະບົບການຊໍາລະຄ່າພາສີ-ອາກອນ, ຄ່າທໍານຽມ, ຄ່າບໍລິການ ແບບລວມສູນ ຜ່ານລະບົບ FINLINK; ຍົກລະດັບລະບົບເອກະສານດ້ວຍເອເລັກໂຕຣນິກ ປ່ຽນແທນເອກະສານປະກອບການແຈ້ງພາສີເປັນລາຍລະອຽດດ້ວຍລະບົບເຈ້ຍ; ໄດ້ເຊື່ອມຕໍ່ລະບົບຕິດຕາມການນໍາເຂົ້າ-ສົ່ງອອກ ສິນຄ້າ, ເຄື່ອງຂອງ ຜ່ານດ່ານໄປຍັງລະບົບສາງ ແລະ ລະບົບຄຸ້ມຄອງຖານຂໍ້ມູນ, ລະບົບຄຸ້ມຄອງອາກອນທັນສະໄໝ, ຂະແໜງການກ່ຽວຂ້ອງ ແລະ ລະບົບການຊໍາລະສະສາງລວມສູນ FINLINK; ໄດ້ເຊື່ອມຕໍ່ກັບຂະແໜງການທີ່ກ່ຽວຂ້ອງໃນການອານຸຍາດນຳເຂົ້າໝວດສິນຄ້າທີ່ຖືກຄວບຄຸມກອ່ນການແຈ້ງພາສີເປັນລາຍລະອຽດເປັນຕົ້ນ: ກະຊວງອຸດສະຫະກຳ ແລະ ການຄ້າ, ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ກະຊວງສາທາລະນະສຸກ.

         ໂອກາດນີ້, ທ່ານ ວຽງສາລີ ອິນທະພົມ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານທີ່ ພາສີ ປະຈໍາ ນວ ຍາດມາໄດ້. ພ້ອມນັ້ນ, ທ່ານ ຫົວໜ້າພະແນກການເງິນ ນວ ຍັງກ່າວອີກວ່າ: ຄຽງຄູ່ກັບຜົນສໍາເລັດທີ່ຍາດມາໄດ້ນັ້ນ ຍັງມີຂໍ້ຫຍຸ້ງຍາກ, ຂໍ້ຄົງຄ້າງ ແລະ ສິ່ງທ້າທາຍຈໍານວນຫນຶ່ງ ທີ່ຈະຕ້ອງໄດ້ສຸມໃສ່ແກ້ໄຂໃນຕໍ່ຫນ້າ ໂດຍສະເພາະ ສຸມໃສ່ໃນການປະຕິບັດແຜນພັດທະນເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ ປະຈໍາປີ 2025 ທັງຫມົດ 10,699.95 ຕື້ກີບ ເທົ່າກັບ 149.77% ທຽບໃສ່ແຜນລາຍຮັບປີ 2024 ເພີ່ມຂຶ້ນ 49.77% ເປັນເງິນ 3,555.53 ຕື້ກີບ ໃນນີ້ ລາຍຮັບພາສີ 7.219,10 ຕື້ກີບ ເທົ່າກັບ 132.62% ທຽບໃສ່ແຜນລາຍຮັບປີ 2024 ເພີ່ມຂຶ້ນ 32.62% ເປັນເງິນ 1,775.74 ຕື້ກີບ ເຫັນວ່າເພີ່ມຂຶ້ນຢ່າງກ້າວກະໂດດ ດັ່ງນັ້ນໃຫ້ຄະນະພັກ-ຄະນະນໍາ ພາສີ ປະຈໍານະຄອນຫຼວງວຽງຈັນ ຕ້ອງໄດ້ເພີ່ນທະວີໃນການວິໃຈແຫຼ່ງລາຍຮັບທີ່ມີ ແລະ ທ່າແຮງບົ່ມຊ້ອມໃຫ້ລະອຽດຂຶ້ນຕື່ມ ແລະ ສ້າງເປັນແຜນວຽກ ມອບໃຫ້ບຸກຄົນຮັບຜິດຊອບຢ່າງ ຂາດຕົວ ແລະ ຕ້ອງໄດ້ລົງຕິດຕາມ, ກວດກາ ການຈັດຕັ້ງປະຕິບັດຢ່າງເປັນປົກກະຕິ, ພ້ອມທາງເອົາໃຈໃສ່ໃນການໂຄສະນາເຜີຍແຜ່ບັນດານິຕິກໍາ ຢ່າງກວ້າງຂວາງ, ຕໍ່ເນື່ອງ ເປັນປົກກະຕິ ແລະ ເຊື່ອມຊືມ ໃຫ້ຜູ້ປະກອບການ, ພໍ່ແມ່ປະຊາຊົນ, ພະນັກງານ-ລັດຖະກອນ ກໍາແໜ້ນ ແລະ ຈັດຕັ້ງປະຕິບັດຕາມລະບຽບກົດຫມາຍຢ່າງເຂັ້ມງວດ ເພື່ຮັບປະກັນການຈັດເກັບລາຍຮັບໃຫ້ໄດ້ຕາມແຜນ ແລະ ລື່ນແຜນ.

 

© 2025 Copyright: ກະຊວງການເງິນ, ສປປ ລາວ