• ກະຊວງການເງິນ
  • |
  • 2025-02-17
  • |
  • ສາມອົງການຈັດຕັ້ງ

          ໃນວັນທີ 04 ກຸມພາ 2025 ທີ່ສະຖາບັນການເງິນ-ການບັນຊີ, ຄະນະບໍລິຫານງານຊາວໜຸ່ມ ປະຊາຊົນ ປະຕິວັດລາວ ກະຊວງການເງິນ ໄດ້ຈັດກອງປະຊຸມ ສໍາມະນາກ່ຽວກັບ ການເຜີຍແຜ່ນິຕິກຳຂອງຂະແໜງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລະ ຂະແໜງການເງິນ ໂດຍລົງເລິກໃນຫົວຂໍ້ “ ສິນເຊື່ອກາກບອນ ແລະ ການນໍາໃຊ້ລະບົບທັນສະໄໝ ເຂົ້າໃນການຄຸ້ມຄອງການແຈ້ງພາສີ-ອາກອນ ທີ່ດິນ ແລະ ການຊຳລະຄ່າພາສີ-ອາກອນ ທີ່ດິນ ແລະ ພັນທະອື່ນໆທີ່ກ່ຽວຂ້ອງກັບຊັບພະຍາກອນທຳມະຊາດ” ໂດຍການເປັນປະທານຂອງ ສະຫາຍ ສົມຈິດ ຄໍາມຸງຄຸນ ເລຂາທິການ ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ, ເລຂາຄະນະບໍລິຫານງານຊາວໜຸ່ມ ກະຊວງ, ຫົວໜ້າຫ້ອງການກະຊວງການເງິນ, ມີສະມາຊິກຊາວໜຸ່ມ ກະຊວງການເງິນ, ບັນດາຜູ້ຕາງໜ້າ ອົງການຈັດຕັ້ງສະຫະພັນກໍາມະບານ, ແມ່ຍິງ ກະຊວງ, ຕາງໜ້າສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ, ຊາວໜຸ່ມກະຊວງແຮກສ່ຽວ ແລະ ອ້ອມຂ້າງ ເຂົ້າຮ່ວມ.

ສະຫາຍ ສົມຈິດ ຄໍາມຸງຄຸນ ກ່າວວ່າ: ກອງປະຊຸມສຳມະນາຄັ້ງນີ້ ຈັດຂຶ້ນໃນທ່າມກາງບັນຍາກາດສະເຫຼີມສະຫຼອງວັນສໍາຄັນຂອງພັກ, ຂອງຊາດ ເປັນຕົ້ນແມ່ນ ວັນສ້າງຕັ້ງກອງທັບປະຊາຊົນ ປະຕິວັດລາວ ຄົບຮອບ 76 ປີ, ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງການເງິນ ເປີດກວ້າງ ຄັ້ງທີ 8 ສະ ໄໝທີ III ເວົ້າລວມ, ເວົ້າສະເພາະ ກໍຄືການສ້າງຂະບວນການຂໍ່ານັບຮັບຕ້ອນກອງປະຊຸມ 3 ຂັ້ນຂອງອົງຄະນະພັກກະຊວງການເງິນ ແລະ ກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມ ປະຊາຊົນ ປະຕິວັດລາວ ກະຊວງການເງິນ ຄັ້ງທີ V ທີ່ຈະຈັດຂຶ້ນໃນທ້າຍເດືອນ ກຸມພາ 2025. ສະນັ້ນ ຈຶ່ງໄດ້ຈັດກອງປະຊຸມສໍາມະນາ ຄັ້ງນີ້ ເພື່ອຍົກສູງທັດສະນະການເມືອງແນວຄິດ, ການພັດທະນາຄວາມຮູ້-ຄວາມສາມາດ ທາງດ້ານວິຊາສະເພາະ ແລະ ການຄົ້ນຄວ້າກໍາແໜ້ນ ແນວທາງຂອງພັກ, ນະໂຍບາຍຂອງລັດ ໃນແຕ່ລະໄລຍະ.

          ໃນປີ 2025 ແມ່ນປີທີ່ມີຄວາມໝາຍສໍາຄັນ ເພື່ອສືບຕໍ່ບັ້ນຮົບຕໍ່ສູ້ແຫ່ງຊາດ, ໂດຍສະເພາະ ແມ່ນການກະກຽມສະຫຼຸບຕີລາຄາ ມະຕິຄັ້ງທີ XI ຂອງສູນກາງພັກ, ສະຫຼຸບຕີລາຄາທ້າຍສະໄໝ ມະຕິຄັ້ງທີ III ຂອງຄະນະພັກບໍລິຫານງານພັກກະຊວງການເງິນ ແລະ ສະຫຼຸບຕີລາຄາ ການຈັດຕັ້ງວາລະແຫ່ງຊາດ, ຊຶ່ງຜົນຂອງການສະຫຼຸບຕີລາຄາດັ່ງກ່າວ ເປັນສິ່ງວັດແທກເຖິງໝາກຜົນສໍາເລັດຂອງພັກ-ລັດຖະບານ ໃນການນຳພາ-ຊີ້ນຳ ຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ແລະ ແຜນງົບປະມານແຫ່ງລັດ ໄລຍະປີ 2021-2025. ເພື່ອຮັບປະກັນຜົນສໍາເລັດໃນການຈັດຕັ້ງປະຕິບັດແຜນດັ່ງກ່າວ, ຊາວໜຸ່ມກະຊວງການເງິນ ຕ້ອງສືບຕໍ່ເປັນກຳລັງແຮງຂັບເຄື່ອນທີ່ສຳຄັນ ແລະ ຍົກສູງບົດບາດການນໍາພາ-ຊີ້ນໍາ ຂອງຄະນະບໍລິຫານງານພັກກະຊວງການເງິນ ໃນການຈັດຕັ້ງຜັນຂະຫຍາຍ ມະຕິ, ຄຳສັ່ງ, ນະໂຍບາຍ, ກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍຕ່າງໆຂອງຂະແໜງການເງິນ ແລະ ຂະແໜງການກ່ຽວຂ້ອງ ໂດຍຜ່ານການປະຕິບັດວຽກງານວິຊາສະເພາະຕົວຈິງ ແລະ ຂະບວນການຂອງຊາວໜຸ່ມ ໃນຮູບແບບການຕ່າງໆ ເຊັ່ນ: ການຈັດກອງປະຊຸມສຳມະນາວິທະຍາສາດ, ກອງປະຊຸມເຜີຍແຜ່, ການໂຄສະນາຂໍ້ມູນຂ່າວສານການເງິນຜ່ານສື່ມວນຊົນຕ່າງໆ ແລະ ອື່ນໆ ຢ່າງເປັນປົກກະຕິຕໍ່ເນື່ອງ ເພື່ອໃຫ້ອົງການຈັດຕັ້ງ ລັດ, ສາກົນ, ຜູ້ປະກອບການ ແລະ ປະຊາຊົນທົ່ວສັງຄົມ ຮັບຮູ້, ເຂົ້າໃຈ ແລະ ປະຕິບັດພັນທະຂອງຕົນ ຕາມລັດຖະທຳມະນູນ, ກົດໝາຍ ແລະ ລະບຽບການ.

          ການສໍາມະນາຄັ້ງນີ້, ວິທະຍາກອນຈາກກົມຄຸ້ມຄອງການປ່ຽ່ນແປງດິນຟ້າອາກາດ ກະຊວງຊັບພະຍາກອນ ທໍາມະຊາດ ແລະ ສິ່ງແວດລ້ອມ ແລະ ກົມສ່ວຍສາອາກອນ ກະຊວງການເງິນ ເຊິ່ງໄດ້ບັນຍາຍກ່ຽວກັບ ກຳນສົ່ງເສີມການພັດທະນາ ໂຄງການສິນເຊື່ອກາກບອນ ຢູ່ ສປປ ລາວ; ໃນນັ້ນ, ໄດ້ໃຫ້ຮູ້ເຖິງສາເຫດ ແລະ ຜົນກະທົບ; ການແກ້ໄຂບັນຫາ; ຮ່າງ ດໍາລັດ ວ່າດ້ວຍສິນເຊື່ອກາກບອນ; ຮ່າງ ບົດປະເມີນ ວິທີການ, ໂອກາດ ແລະ ຄວາມສ່ຽງຂອງການກໍານົດອັດຕາຄ່າທໍານຽມ ຫຼື ອາກອນລາຍໄດ້. ພ້ອມກັນນັ້ນ, ຍັງໄດ້ບັນຍາຍ ແລະ ແນະນໍາກ່ຽວກັບການປ້ອນຂໍ້ມູນທີ່ດິນ, ການແຈ້ງ ແລະ ການຊໍາລະຄ່າພາສີ-ອາກອນ ທີ່ດິນ; ໃນນັ້ນ, ໃຫ້ຮູ້ເຖິງກົດໝາຍ ວ່າດ້ວຍອາກອນທີ່ດິນ, ການຊໍາລະຄ່າທໍານຽມທາງ ແລະ ພາສີທີ່ດິນ ຜ່ານລະບົບທັນສະໄໝ, ລະບົບຄູ້ມຄອງອາກອນທີ່ດິນ ແລະ ບັນດາເອກະສານທີ່ກ່ຽວຂ້ອງ.

© 2025 Copyright: ກະຊວງການເງິນ, ສປປ ລາວ