• ຄັງເງິນແຫ່ງຊາດ
  • |
  • 2025-02-17
  • |
  • ວຽກວິຊາສະເພາະ

          ໃນວັນທີ 05 ກຸມພາ 2024 ຄັງເງິນແຫ່ງຊາດ, ໄດ້ຈັດກອງປະຊຸມ ຄະນະຮັບຜິດຊອບ ຊີ້ນໍາລວມ ແລະ ຄະນະວິຊາການ, ຄົ້ນຄວ້າ ສ້າງ ແລະ ປັບປຸງ ຮ່າງ ກົດໝາຍວ່າດ້ວຍຄັງເງິນແຫ່ງລັດ ຂຶ້ນ ໂດຍການເປັນປະທານຂອງ ທ່ານ ພູວົງ ກິດຕະວົງ ຮອງລັດຖະມົນຕີກະຊວງການເງິນ, ມີ ທ່ານ ນາງ ຍອດ ແພງສົມບັດ ຫົວໜ້າຄັງເງິນແຫ່ງຊາດ, ມີຄະນະກົມ ຂອງກະຊວງ ການເງິນ, ຄະນະຄົ້ນຄວ້າ ຮ່າງກົດໝາຍຈາກກະຊວງຍຸຕິທໍາ, ຫ້ອງການສໍານັກງານນາຍົກລັດຖະມົນຕີ, ທະນາຄານແຫ່ງ ສປປ ລາວ; ບັນດາຄະນະພະແນກ ແລະ ວິຊາການ, ຄະນະຮັບຜິດຊອບຕາມຂໍ້ຕົກລົງ ຄົ້ນຄວ້າ ສ້າງ ແລະ ປັບປຸງ ຮ່າງ ກົດໝາຍວ່າດ້ວຍຄັງເງິນແຫ່ງລັດ ເຂົ້າຮ່ວມ.

          ໂອກາດດັ່ງກ່າວ, ທ່ານ ຮອງລັດຖະມົນຕີກະຊວງການເງິນ ໄດ້ມີຄໍາເຫັນກ່າວເປີດກອງປະຊຸມ ໂດຍທ່ານໃຫ້ຮູ້ວ່າ: ການສ້າງກົດໝາຍວ່າດ້ວຍຄັງເງິນແຫ່ງລັດ ກໍ່ແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນ ແລະ ເປັນແຜນຈຸດສຸມ ທີ່ນອນຢູ່ໃນແຜນພັດທະນາຂະແໜງຄັງເງິນ ໄລຍະ 5 ປີ (2021-2025). ຖ້າສ້າງກົດໝາຍ ສະບັບດັ່ງກ່າວນີ້ສໍາເລັດ ຈະເປັນເຄື່ອງມື ແລະ ນິຕິກໍາ ອັນໜຶ່ງທີ່ສໍາຄັນໃນການຄຸ້ມຄອງວຽກງານການເງິນພາກລັດເວົ້າລວມ, ເວົ້າສະເພາະແມ່ນການຄຸ້ມຄອງວຽກງານຂະແໜງຄັງເງິນໃນຂອບເຂດທົ່ວປະເທດ. ສະນັ້ນ, ການຄົ້ນຄວ້າ ປັບປຸງກົດໝາຍຈຶ່ງມີຄວາມສໍາຄັນຫຼາຍ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານ ໃຫ້ຖືກຕ້ອງສອດຄ່ອງກັບລະບຽບກົດໝາຍ ໂດຍສະເພາະການຄົ້ນຄວ້າ ປັບປຸງ ກົນໄກ ການເບີກຈ່າຍເງິນເດືອນ ໃຫ້ພະນັກງານ-ລັດຖະກອນ ໃນຂອບເຂດທົ່ວປະເທດ, ຍົກສູງການຄຸ້ມຄອງ ແລະ ປະຕິບັດລາຍຈ່າຍງົບປະມານ ໂດຍເຂັ້ມງວດການກວດກາເອກະສານລາຍຈ່າຍງົບປະມານ. ພ້ອມທັງເຂັ້ມງວດ ກວດກາເອກະສານລາຍຈ່າຍເງິນຊ່ວຍເຫຼືອທາງການເພື່ອການພັດທະນາ (ຊກພ) ຂອງຜູ້ຈັດຕັ້ງປະຕິບັດໂຄງການ ໃຫ້ສອດຄ່ອງກັບລະບຽບການ ແລະ ໃຫ້ເກີດປະສິດທິພາບສູງສຸດ.

          ໃນກອງປະຊຸມ ທ່ານ ນາງ ຍອດ ແພງສົມບັດ ໄດ້ຜ່ານຮ່າງ ກົດໝາຍວ່າດ້ວຍການຄັງເງິນແຫ່ງລັດ ເພື່ອໃຫ້ເຫັນໄດ້ຄວາມຄືບໜ້າໃນການໜ້າ ການຄົ້ນຄວ້າ ສ້າງກົດໝາຍວ່າດ້ວຍຄັງເງິນແຫ່ງລັດ ຂອງຄະນະຮັບຜິດຊອບທີ່ໄດ້ເຮັດວຽກຮ່ວມກັນໃນໄລຍະຜ່ານມາ ແລະ ເພື່ອໃຫ້ຄະນະຮັບຜິດຊອບຄົ້ນຄວ້າ ແລະ ແຂກທີ່ເຊີນເຂົ້າຮ່ວມ ເຊິ່ງເປັນຜູ້ທີ່ມີປະສົບການໃນການຄົ້ນຄວ້າກົດໝາຍ ໄດ້ປະກອບຄໍາຄິດເຫັນຕໍ່ຮ່າງ ກົດໝາຍ ເພື່ອໃຫ້ມີເນື້ອໃນຄົບຖ້ວນສົມບູນ ແລະ ສອດຄ່ອງກັບບັນດາກົດໝາຍອື່ນໆ ທີ່ໄດ້ມີການປະກາດໃຊ້ແລ້ວນັ້ນ ແລະ ເປັນບ່ອນອີງໃຫ້ແກ່ການຈັດຕັ້ງປະຕິບັດວຽກງານຂອງຄັງເງິນແຫ່ງຊາດ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ. ຮ່າງ ກົດໝາຍດັ່ງກ່າວ ປະກອບມີ XI ພາກ, 7 ໝວດ ແລະ 68 ມາດຕາ (ທຽບໃສ່ຮ່າງກົດໝາຍສະບັບປີ 2024 ປະກອບມີ XI ພາກ, 6 ໝວດ ແລະ 63 ມາດຕາ) ຜູ້ເຂົ້າຮ່ວມກອງປະຊຸມກໍ່ໄດ້ມີການປະກອບຄໍາຄິດເຫັນ ຢ່າງພາວະວິໄສ ເລັງໃສ່ການປັບປຸງບັນດາເນື້ອໃນ ຄໍາສັບເພື່ອໃຫ້ມີຄວາມໝາຍທີ່ຖືກຕ້ອງສອດຄ່ອງ ແລະ ກໍານົດກົນໄກການປະຕິບັດວຽກງານ ເພື່ອໃຫ້ແທດເຖິງສະພາບການໃນປັດຈຸບັນ.

          ທັງນີ້, ການຄົ້ນຄວ້າປັບປຸງກົດໝາຍໃນຄັ້ງນີ້ ກໍ່ເພື່ອຍົກບົດບາດວຽກງານຄັງເງິນ ໃຫ້ເປັນເຄື່ອງມືສໍາຄັນໃຫ້ຄັງເງິນແຫ່ງລັດ ນໍາໃຊ້ເຂົ້າໃນການຄຸ້ມຄອງທຸກແຫຼ່ງເງິນລາຍຮັບທີ່ເປັນຂອງລັດ ໃຫ້ ລວມສູນເຂົ້າບັນຊີລວມສູນ (TSA) ຢູ່ທະນາຄານແຫ່ງ ສປປ ລາວ ເພື່ອຕອບສະໜອງການເບີກຈ່າຍງົບປະມານຂອງລັດໃຫ້ມີປະສິດທິພາບ, ປະສິດທິຜົນ, ຖືກຕ້ອງຕາມກົດໝາຍ ແລະ ເປັນພື້ນຖານໃນການພັດທະນາວຽກງານຄັງເງິນ ຕາມທິດຍືນຍົງ, ການຈັດຕັ້ງປະຕິບັດ ມີຄວາມຮັດກຸມ ສາມາດລວມສູນ ໃນການຕິດຕາມ, ກວດກາທຸກແຫຼ່ງເງິນຂອງລັດ ແນໃສ່ການບໍລິຫານແຫຼ່ງເງິນຂອງລັດໃຫ້ມີຄວາມຍືນຍົງ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດມີຄວາມໂປ່ງໃສ ສາມາດກວດສອບໄດ້.

© 2025 Copyright: ກະຊວງການເງິນ, ສປປ ລາວ