ໃນວັນທີ 06 ກຸມພາ 2025, ກະຊວງການເງິນ ໄດ້ປະກາດການຈັດຕັ້ງ ພະນັກງານນໍາພາ-ຄຸ້ມຄອງ ຂອງກະຊວງ ໂດຍການເປັນປະທານຂອງ ທ່ານ ສັນຕິພາບ ພົມວິຫານ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ ກະຊວງ, ລັດຖະມົນຕີກະຊວງການເງິນ. ມີພະນັກງານຫຼັກແຫຼ່ງ ບັນດາກົມອ້ອມຂ້າງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ການປະກາດການຈັດຕັ້ງຄັ້ງນີ້, ທ່ານ ກົງຄໍາ ສິດທິວໍລະດາ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງການເງິນ ໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍຍົກຍ້າຍ ແລະ ແຕ່ງຕັ້ງ ພະນັກງານນໍາພາ-ຄຸ້ມຄອງ ຂອງກະຊວງການເງິນ, ຊຶ່ງໄດ້ແຕ່ງຕັ້ງ ທ່ານ ສຸລິນທອນ ເພັດໄຊສີ ຫົວໜ້າພະແນກກວດກາລັດ ແລະ ທ່ານ ປະຫວັດ ພິລາວົງ ຫົວໜ້າພະແນກກວດກາພັກ ເປັນຮອງຫົວໜ້າກົມກວດກາລັດ; ຍົກຍ້າຍ ແລະ ແຕ່ງຕັ້ງ ທ່ານ ບຸນເກີດ ສຸວັນນະເສນ ຮອງຫົວໜ້າກົມພາສີ ເປັນຮອງຫົວໜ້າກົມກວດກາລັດ; ແຕ່ງຕັ້ງ ທ່ານ ວັນໄຊ ທອງສີທາວົງ ຮອງຫົວໜ້າກົມຄຸ້ມຄອງການບັນຊີ ເປັນຮອງຜູ້ອໍານວຍການ ທະນາຄານຄໍາລາວ ຈໍາກັດ.

ໂອກາດນີ້, ທ່ານ ສັນຕິພາບ ພົມວິຫານ ໄດ້ໂອ້ລົມຕໍ່ກອງປະຊຸມວ່າ: ການຍົກຍ້າຍ, ແຕ່ງຕັ້ງ ພະນັກງານ ເພື່ອປັບປຸງການຈັດຕັ້ງ ໃຫ້ມີຄວາມເຂັ້ມແຂງ ແລະ ເປັນການກໍ່ສ້າງພະນັກງານ ໃຫ້ມີຄວາມຮູ້ ຄວາມສາມາດ ໃນທຸກຂົງເຂດວຽກງານ. ການກໍ່ສ້າງພະນັກງານ ສືບທອດ ປ່ຽນແທນ ຕ້ອງໄດ້ຮຽນຮູ້ໃນທຸກຂົງເຂດວຽກງານຂອງຂະແໜງການເງິນ ຕ້ອງກໍາແໜ້ນທາງດ້ານທິດສະດີ ແລະ ເຂົ້າໃຈໃນການຈັດຕັ້ງປະຕິບັດ ໃຫ້ສອດຄ່ອງກັບຕົວຈິງ, ວຽກງານຈຶ່ງຈະມີປະສິດທິພາບສູງ. ພ້ອມກັນນັ້ນ, ທ່ານ ລັດຖະມົນຕີ ຍັງໄດ້ເນັ້ນໃຫ້ພະນັກງານທີ່ໄປຮັບໜ້າທີ່ໃໝ່ ຈົ່ງເອົາໃຈໃສ່ໃນການສຶກສາ ຄົ້ນຄວ້າ ສືບຕໍ່ຊີ້ນໍາ-ນໍາພາ ຈັດຕັ້ງປະຕິບັດວຽກງານທີ່ໄດ້ຮັບການມອບໝາຍ ໃຫ້ມີປະສິດທິພາບ ປະສິດທິຜົນກວ່າເກົ່າ.

