• ຄັງເງິນແຫ່ງຊາດ
  • |
  • 2025-02-17
  • |
  • ວຽກວິຊາສະເພາະ

          ໃນວັນທີ 04 ກຸມພາ 2025 ທີ່ ພະແນກການເງິນແຂວງອັດຕະປື ໄດ້ເປິດຊຸດຝຶກອົບຮົມວຽກງານວິຊາສະເພາະ ໃຫ້ຄັງເງິນ ປະຈຳແຂວງອັດຕະປື ແລະ ຄັງເງິນບັນເມືອງ ອ້ອມຂ້າງແຂວງ ພາຍໃຕ້ການເປັນປະທານຂອງ ທ່ານ ບຸນເພັງ ພົມມະຈັນ ຫົວໜ້າຄັງເງິນ ປະຈຳແຂວງອັດຕະປື, ມີວິທະຍາກອນ ຈາກຄັງເງິນແຫ່ງຊາດ ພ້ອມດ້ວຍນັກສໍາມະນາກອນ ຈາກຄັງເງິນ ປະຈໍາແຂວງ ແລະ ບັນດາເມືອງ ເຂົ້າຮ່ວມ.

           ການຈັດຊຸດຝຶກອົບຮົມ ເພຶ່ອເປັນການປັບປຸງຂອດຂັ້ນການຈັດຕັ້ງປະຕິບັດລາຍຈ່າຍງົບປະມານ-ຄັງເງິນ ຜ່ານລະບົບຄັງເງິນ ປະຈຳແຂວງ ໃຫ້ມີຄວາມເປັນເອກະພາບດ້ານການຈັດຕັ້ງປະຕິບັດທົ່ວແຂວງ, ເປັນການຮັບປະກັນໃນການຈັດຕັ້ງປະຕິບັດດ້ານລະບຽບຫຼັກການທີ່ທາງກະຊວງການເງິນປະກາດໃຊ້ເປັນແຕ່ລະໄລຍະ ໃນການຈັດຕັ້ງປະຕິບັດການຄຸ້ມຄອງລາຍຈ່າຍງົບປະມານ-ຄັງເງິນ ຜ່ານລະບົບຄັງເງິນ ໃຫ້ຖືກຕ້ອງສອດຄ່ອງ ແລະ ເອກະພາບ ໃນຂອບເຂດທົ່ວປະເທດ.

          ຊຸດຝຶກອົບຮົມຄັ້ງນີ້, ທ່ານ ພອນປະເສີດ ສິມມາລາວົງ ຮອງຫົວໜ້າພະແນກນິຕິກຳ ແລະ ການຮ່ວມມື ຄັງເງິນແຫ່ງຊາດ ໄດ້ເຜີຍແຜ່ບັນດາເອກະສານທີ່ຕິດພັນກັບການຄຸ້ມຄອງວຽກງານລາຍຈ່າຍງົບປະມານ-ຄັງເງິນ ເປັນຕົ້ນ ຄຳແນະນຳກ່ຽວກັບການປະກອບເອກະສານ ແລະ ການກວດກາເອກະສານລາຍຈ່າຍງົບປະມານແຫ່ງລັດ ແລະ ທຶນຊ່ວຍເຫຼືອທາງການ ເພຶ່ອການພັດທະນາ ຢູ່ຄັງເງິນແຫ່ງຊາດ ສະບັບເລກທີ 0866/ກງ ລົງວັນທີ 22 ມີນາ 2019; ຄຳແນະນຳກ່ຽວກັບ ການຄຸ້ມຄອງບັນຊີເງິນຝາກຂອງບັນດາຫົວໜ່ວຍງົບປະມານ, ຫົວໜ່ວຍບໍລິຫານວິຊາການກຸ້ມຕົນເອງດ້ານງົບປະມານ, ກອງທຶນຂອງລັດ ແລະ ວິສາຫະກິດຂອງລັດ ຢູ່ລະບົບຄັງເງິນໃນຂອບເຂດທົ່ວປະເທດ ສະບັບເລກທີ 3119/ກງ ລົງວັນທີ 06 ຕຸລາ 2023; ໄດ້ແນະນໍາກ່ຽວກັບການສ້າງ, ລະບຸເນື້ອໃນໃສ່ໃບຖອນເງິນ, ໃບຄໍາສັ່ງຈ່າຍເງິນ, ແຊັກຄັງເງິນ ແລະ ໄດ້ເຜີຍແຜ່ ຂໍ້ຕົກລົງ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄັງເງິນແຫ່ງຊາດ ສະບັບເລກທີ 2828/ກງ ລົງວັນທີ 07 ສິງຫາ 2024.

       ພາຍຫຼັງສຳເລັດການຝຶກອົບຮົມ ເຫັນໄດ້ວ່ານັກສຳມະນາກອນແຕ່ລະທ່ານໄດ້ມີຄວາມຮັບຮູ້, ຄວາມເຂົ້າໃຈເພີ່ມຂຶ້ນ, ສາມາດນຳໃຊ້ບົດຮຽນເພື່ອມາໝູນໃຊ້ເຂົ້າໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະຂອງຂະແໜງຄັງເງິນ ໂດຍສະເພາະການຫັນບັນດາລາຍຈ່າຍງົບປະມານຄັງເງິນ ນຳໃຊ້ໃບຖອນເງິນ, ໃບສັ່ງຈ່າຍ ແລະ ແຊັກຄັງເງິນຈ່າຍຜ່ານລະບົບທະນາຄານ ແລະ ຕອບສະໜອງໄດ້ຕໍ່ການຫັນປ່ຽນໃໝ່ໃນການປັບປຸງຂອດການຈັດຕັ້ງປະຕິບັດວຽກງານວິຊາສະເພາະຂອງຂະແໜງຄັງເງິນ ໃນຂອບເຂດທົ່ວປະເທດ.

© 2025 Copyright: ກະຊວງການເງິນ, ສປປ ລາວ