ໃນວັນທີ 07 ກຸມພາ 2025, ກະຊວງການເງິນ ໄດ້ເປີດຊຸດຮຽນ ທິດສະດີການເມືອງຂັ້ນຕົ້ນ ລະບົບ 03 ເດືອນ ຊຸດທີ III ປະຈໍາປີ 2025 ໃຫ້ແກ່ສະມາຊິກພັກ-ພະນັກງານ ໂດຍການເປັນປະທານຮ່ວມຂອງ ສະຫາຍ ດາວສະຫວັນ ເຄືອມີໄຊ ຄະນະປະຈໍາພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະ ສະຫາຍ ກົງຄໍາ ສິດທິວໍລະດາ ກໍາມະການພັກ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງການເງິນ. ມີນັກຄະນະຮັບຜິດຊອບ ຈາກສະຖາບັນ ແລະ ນັກສໍາມະນາກອນ ຈາກຄະນະພັກຮາກຖານ, ໜ່ວຍພັກຮາກຖານ ຂອງກະຊວງການເງິນ ເຂົ້າຮ່ວມ.

ຊຸດຮຽນຄັ້ງນີ້ ເພື່ອປະກອບຄວາມຮູ້ພື້ນຖານທາງດ້ານທິດສະດີການເມືອງ ເປັນຕົ້ນແມ່ນຫຼັກມູນພື້ນຖານທິດສະດີ ມາກ-ເລນິນ ແລະ ແນວທາງນະໂຍບາຍຂອງພັກ ແລະ ເພື່ອເປັນການຍົກລະດັບຄວາມຮັບຮູ້ທາງດ້ານທິດສະດີການເມືອງ, ຫຼັກໝັ້ນ ແລະ ພັດທະນາຊົນຊັ້ນກໍາມະກອນ, ຮູ້ຈໍາແນກມິດ ສັດຕູ ແລະ ເຊື່ອໝັ້ນຕໍ່ການນໍາພາຂອງພັກ ປະຊາຊົນ ປະຕິວັດລາວ; ພ້ອມກັນນັ້ນ ກໍເປັນການຝຶກຝົນຫຼໍ່ຫຼອມຄຸນສົມບັດ, ຍົກສູງຄຸນທາດການເມືອງ ເປັນແບບຢ່າງນໍາໜ້າໃຫ້ແກ່ສະມາຊິກພັກ-ພະນັກງານ. ພາຍຫຼັງຈົບຫຼັກສູດການຮຽນ ບັນດາສະມາຊິກພັກ-ພະນັກງານ ຕ້ອງໄດ້ນໍາເອົາຄວາມຮູ້ທີ່ໄດ້ສຶກສາ ໄປຜັນຂະຫຍາຍເຂົ້າໃນການຈັດຕັ້ງປະຕິບັດວຽກງານຕົວຈິງ ໃຫ້ໄດ້ຮັບຜົນສໍາເລັດເປັນກ້າວໆ.

ຊຸດຮຽນທິດສະດີການເມືອງຂັ້ນຕົ້ນ ຈະໄດ້ຮຽນເປັນເວລາ 03 ເດືອນ ເລີ່ມແຕ່ວັນທີ 7 ກຸມພານີ້ ເປັນຕົ້ນໄປ ຊຶ່ງມີນັກສໍາມະນາກອນ ເຂົ້າຮ່ວມ 30 ສະຫາຍ, ຍິງ 09 ສະຫາຍ. ໃນນີ້, ຈະໄດ້ຮັບຟັງການບັນຍາຍຈາກວິທະຍາກອນ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະ ວິທະຍາກອນຮັບເຊີນ ປະກອບມີ 06 ພາກວິຊາ ຄື: ປັດສະຍາ ມາກ-ເລນິນ; ເສດຖະສາດການເມືອງ ມາກ-ເລນິນ; ລັດທິສັງຄົມວິທະຍາສາດ, ການເມືອງວິທະຍາ ແລະ ສັງຄົມສາດ; ແນວຄິດໄກສອນ ພົມວິຫານ; ພື້ນຖານການຄຸ້ມຄອງການບໍລິຫານລັດ, ທິດສະດີລັດ ແລະ ກົດໝາຍເຕັກນິກການບໍລິຫານ; ພາກວິຊາປະຫວັດສາດພັກ ແລະ ກໍ່ສ້າງພັກ. ນອກຈາກພາກທິດສະດີ, ນັກສໍາມະນາກອນ ຍັງຈະໄດ້ໄປທັດສະນະສຶກສາຢູ່ຂັ້ນທ້ອງຖິ່ນ ອີກດ້ວຍ.
