• ກະຊວງການເງິນ
  • |
  • 2025-02-17
  • |
  • ວຽກຮ່ວມມື

       ໃນວັນທີ 7 ກຸມພາ 2025, ໄດ້ມີການດຳເນີນກອງປະຊຸມພົບປະ ສອງຝ່າຍ ລະຫວ່າງ ທະນາ ຄານແຫ່ງສປປລາວ (ທຫລ) ແລະ ກະຊວງການເງິນ ໂດຍການເປັນປະທານຮ່ວມ ຂອງ ທ່ານ ສັນຕິ ພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ແລະ ທ່ານ ອາລຸນ ບຸນຍົງ ຮອງຜູ້ວ່າການທະນາຄານແຫ່ງ ສປປລາວ ພ້ອມດ້ວຍຄະນະຮັບຜິດຊອບ ສອງຝ່າຍເຂົ້າຮ່ວມ.

       ໂອກາດນີ້ ທ່ານ ສັນຕິພາບ ພົມວິຫານ ໄດ້ມີຄຳເຫັນຕໍ່ກອງປະຊຸມຄັ້ງນີ້ວ່າ: ກອງປະຊຸມດັ່ງ ກ່າວເປັນຂີດໝາຍທີ່ສໍາຄັນ ໃນການຮ່ວມມືດ້ານວິຊາການ ລະຫວ່າງ ສອງພາກສ່ວນ ໃນທ່າມກາງບັນຍາກາດທີ່ທັງສອງຂະແໜງການ ກຳລັງສຸມໃສ່ ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດວ້ຍການແກ້ໄຂຄວາມຫຍຸ້ງ ຍາກທາງດ້ານເສດຖະກິດ-ການເງິນ ແລະ ເງິນຕາ, ບັນຫາໜີ້ສິນ, ເງິນເຟີ້, ອັດຕາແລກ ປ່ຽນ ແລະ ບັນ ຫາອື່ນໆ ຊຶ່ງໄດ້ສົ່ງຜົນກະທົບ ເປັນວົງກວ້າງ.

       ສະນັ້ນ, ສອງຂະແໜງການ ກໍຄື ກະຊວງການເງິນ ແລະ ທະນາຄານແຫ່ງ ສປປ ລາວ ຈະຕ້ອງໄດ້ເພີ່ມທະວີການຮ່ວມມືດ້ານວິຊາການ ແລະ ເຮັດວຽກຮ່ວມກັນ ເປັນລະບົບ ໃນການຄົ້ນຄວ້າວາງນະໂນບາຍ ແລະ ມາດຕະການຕ່າງໆ ຮ່ວມກັນ ໃຫ້ເຂົ້າສູ່ລວງເລິກ ແລະ ເປັນຮູບປະທໍາຫຼາຍຂຶ້ນ ແນໃສ່ແກ້ໄຂຄວາມຫຍຸ້ງຍາກທາງດ້ານ ເສດຖະກິດ-ການເງິນ ແລະ ເງິນຕາ ທີ່ກຳລັງປະເຊີນຢູ່ ໃຫ້ຫຼຸດລົງ ແລະ ກ້າວໄປສູ່ສະພາບປົກກະຕິ.

       ເຊິ່ງໃນໄລຍະຜ່ານມາ ສອງຂະແໜງການໄດ້ມີການປະສານງານ, ແລກປ່ຽນບົດຮຽນ ແລະ ເຮັດວຽກຮ່ວມກັນ ຢ່າງໃກ້ສິດ ໃນການຈັດຕັ້ງປະຕິບັດ ວຽກງານການເງິນ-ເງິນຕາ, ພ້ອມນັ້ນ ກົມວິ ຊາການຂອງທັງສອງພາກສ່ວນ ກໍ່ໄດ້ສືບຕໍ່ຈັດຕັ້ງປະຕິບັດ ບົດບັນທຶກ ທີ່ໄດ້ເຊັນຮ່ວມກັນ, ຊຶ່ງສາ ມາດ ຕີລາຄາໄດ້ວ່າ ມີຄວາມຄືບໜ້າ ແລະ ມີຜົນສຳເລັດໃນລະດັບດີ. ຢ່າງໃດກໍ່ຕາມ, ສອງຂະແໜງ ການ ຈະໄດ້ລົງເລິກຄົ້ນຄວ້າປຶກສາຫາລື ເປັນເອກະພາບຮ່ວມກັນ ຕໍ່ກັບທິດທາງ ແລະ ມາດຕະການໃນການແກ້ໄຂ ເຊິ່ງມີ 04 ຫົວຂໍ້ຫຼັກຄື: ການຈັດຕັ້ງປະຕິບັດການລວມສູນລາຍຮັບງົບປະມານແຫ່ງລັດ ຜ່ານບັນຊີລວມສູນຄັງເງິນແຫ່ງຊາດຢູ່ ທຫລ (TSA); ການຈັດຕັ້ງປະຕິບັດການເກັບລາຍຮັບເຂົ້າງົບປະມານແຫ່ງລັດ ເປັນເງິນກີບ (ຕິດພັນກັບຂໍ້ຕົກລົງ 333/ທຫລ); ການສໍາຮອງເງິນຕາຕ່າງປະ ເທດໃຫ້ແກ່ກະຊວງການເງິນ ແລະ ການຈັດຕັ້ງປະຕິບັດ ການດັດສົມສິນຄ້ານໍາເຂົ້າ ແລະ ຫົວໜ່ວຍການນໍາເຂົ້າ ແລະ ບັນຫາອື່ນໆທີ່ຕິດພັນ. ຮຽກຮ້ອງມາຍັງບັນດາທ່ານຜູ້ເຂົ້າຮ່ວມກອງປະຊຸມ ຈົ່ງພ້ອມກັນເອົາໃຈໃສ່ຄົ້ນຄວ້າປະກອບຄຳຄິດຄຳເຫັນ ຕໍ່ບັນຫາຕ່າງໆ ຢ່າງມີລັກສະນະວິທະຍາສາດ, ຫຼາກຫຼາຍ, ກົງໄປກົງມາ ແລະ ສ່ອງແສງສະພາບຕົວຈິງ ເພື່ອຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດວຽກງານຕ່າງໆ ທີ່ຕິດພັນກັບສອງຂະແໜງການ.

© 2025 Copyright: ກະຊວງການເງິນ, ສປປ ລາວ