ໃນວັນທີ 30 ມັງກອນ 2025, ໄດ້ມີການດຳເນີນກອງປະຊຸມ ໃຫຍ່ຄັ້ງທີ IV ຂອງໜ່ວຍພັກພະແນກຈັດຕັ້ງ ແລະ ບໍລິຫານ ທີ່ຂຶ້ນກັບຄະນະພັກຮາກຖານກົມພາສີ, ໂດຍການເຂົ້າຮ່ວມຂອງ ສະຫາຍ ບຸນເກີດ ສຸວັນນະເສນ ຄະນະພັກຮາກຖານ , ຮອງຫົວໜ້າກົມພາສີ, ສະຫາຍ ສຸດໃຈ ອິນທະວົງ ເລຂາໜ່ວຍພັກ, ມີສາມອົງການຈັດຕັ້ງມະຫາຊົນ, ແຂກຖືກເຊີນ ພ້ອມສະມາຊິກພັກເຂົ້າຮ່ວມ.


ກອງປະຊຸມຄັ້ງນີ້ໄດ້ຮັບຟັງການຜ່ານຮ່າງບົດລາຍງານການເມືອງ ແລະ ບົດສໍາຫຼວດນໍາພາລວມຂອງໜ່ວຍພັກ ພ້ອມທັງຕີລາຄາດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ສາຍເຫດ, ບົດຮຽນໃນການນໍາພາ-ຊີ້ ນໍາ ແລະ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ໃນ 05 ປີຜ່ານມາ. ພ້ອມທັງ ທິດທາງແຜນການ ແລະ ຄາດໝາຍສູ້ຊົນ 05 ປີ (2025 ຮອດປີ 2029).

ໂອກາດນີ້ ບຸນເກີດ ສຸວັນນະເສນ ໄດ້ມີຄຳເຫັນຕໍ່ກອງປະຊຸມ ບາງຕອນສຳຄັນວ່າ: ໃນທ່າມກາງສະພາບຫຍຸ້ງຍາກ ທາງດ້ານເສດຖະກິດ ຂອງສປປລາວ ຕໍ່ກັບພາລະກິດ ໜ້າທີ່ການເມືອງ ທີ່ພັກ ແລະ ລັດມອບໝາຍໃຫ້ ເປັນຕົ້ນແມ່ນການ ຈັດເກັບລາຍຮັບເຂົ້າງົບປະມານ ແມ່ນເປັນ ບັນຫາສຳຄັນທີ່ສຸດ ສະນັ້ນຄະນະພັກ ໃຫ້ເອົາໃຈໃສ່ ສຶກສາອົບຮົມການເມືອງ-ແນວຄິດເຮັດໃຫ້ສະມາຊິກພັກ, ພະນັກງານ-ລັດ ຖະກອນເຊື່ອມຊືມ, ກໍາແໜ້ນແນວທາງນະໂຍບາຍປ່ຽນແປງໃໝ່ຂອງພັກຢ່າງຮອບດ້ານ, ມີຄວາມຕື່ນຕົວທາງດ້ານການເມືອງສູງ, ; ເພີ່ມທະວີຄວາມສາມັກຄີພາຍໃນພັກ ໃຫ້ໜັກແໜ້ນ, ເພີ່ມທະວີວຽກງານ ການປະເມີນຜົນການເຮັດວຽກຂອງບັນດາສະມາຊິກພັກ ພະນັກງານ, ຍົກລະດັບຄວາມຮູ້ ຄວາມສາມາດໃຫ້ຖັນແຖວພະນັກງານ ສະມາຊິກພັກ ໃຫ້ແຖດເໝາະກັບແຕ່ລະໄລຍະ, ເພີ່ມທະວີບົດບາດການນໍາພາຂອງພັກເຂົ້າໃນຂົງເຂດວຽກງານທີ່ຕົນຮັບຜິດຊອບ; ປັບປຸງແບບແຜນວິທີເຮັດວຽກຂອງຄະນະຫນ່ວຍພັກ, ສະມາຊິກພັກ, ພະນັກງານ-ລັດຖະກອນ ແລະ ບັນດາອົງການຈັດຕັ້ງມະຫາຊົນ ທີ່ເປັນເສນາທິການໃຫ້ແກ່ຄະນະພັກ-ຄະນະນຳໃຫ້ເຂົ້າສູ່ລະບຽບຫຼັກການ.
