• ກະຊວງການເງິນ
  • |
  • 2025-02-18
  • |
  • ຂ່າວເສດຖະກິດ-ການເງິນ

          ໃນໂອກາດທີ່ ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງ ການເງິນ ໄດ້ລົງໄປເຄື່ອນໄຫວຊຸກຍູ້, ຕິດຕາມ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປີ 2025 , ຊຶ່ງທ່ານພ້ອມດ້ວຍຄະນະກໍໄດ້ໄປຢ້ຽມ ຢາມໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳຂອງ ຫລວງພະບາງ ເພື່ອຕິດຕາມຄວາມຄືບໜ້າ ບັນດາໜ້າວຽກການກໍ່ສ້າງ ໂຄງການດັ່ງກ່າວ.

          ໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳຂອງຫລວງພະບາງ ເປັນໂຄງການພັດທະນາເຂື່ອນໄຟຟ້າ ພະລັງງານນ້ຳແບບຍືນຍົງ ເຊິ່ງໄດ້ຖອດຖອນບົດຮຽນຈາກ ການພັດທະນາເຂື່ອນໄຟຟ້ານ້ຳຂອງໄຊຍະບູລີ ມີມູນຄ່າການກໍ່ສ້າງປະມານ 5 ຕື້ໂດລາສະຫະລັດ. ພ້ອມນີ້, ໄດ້ຜ່ານການວິເຄາະພັນປາເພື່ອອະນຸລັກ, ສຳຫລວດ-ອອກແບບໃຫ້ເໝາະສົມກັບພື້ນທີ່ ໂດຍບໍ່ສົ່ງຜົນກະທົບຕໍ່ເຂດມໍລະດົກໂລກຫລວງພະບາງ, ຫລີກລ້ຽງຜົນກະທົບໜັກ ຕໍ່ສິ່ງແວດລ້ອມ ແລະ ສັງຄົມ ໂດຍສະເພາະລະດັບນ້ຳທີ່ຍຶ່ງຂຶ້ນ ແມ່ນບໍ່ເກີນ 310 ແມັດ ຈາກລະດັບໜ້ານ້ຳທະເລ ຫລື ເທົ່າກັບລະດັບນ້ຳທີ່ເຄີຍມີປະລິມານສູງຂຶ້ນ ໃນໄລຍະລະດູຝົນໄລຍະຜ່ານມາ, ມີສິ່ງອຳນວຍຄວາມສະດວກໃຫ້ກັບ ການຂຶ້ນ-ລົງຂອງເຮືອຂົນສົ່ງສິນຄ້າ ລະດັບ 500 ໂຕນ ແລະ ເຮືອຂົນສົ່ງໂດຍສານ ໃຊ້ເວລາປະມານ 40 ນາທີ, ຮອງຮັບແຮງສັ່ນສະເທືອນ ຈາກເຫດການແຜ່ນດິນໄຫວ ໃນລະດັບທີ່ແນ່ນອນ ແລະ ບັນຫາອື່ນໆ. ປັດຈຸບັນ ໂຄງການດັ່ງກ່າວ ພວມດຳເນີນການກໍ່ສ້າງຕາມແຜນການ ໂດຍສະເພາະ ການກໍ່ສ້າງໂຕເຂື່ອນ ເຊິ່ງໄດ້ອ່ວຍນ້ຳໃຫ້ເຮືອສາມາດຂຶ້ນລົງໄດ້ຕາມປົກກະຕິ ແລະ ກໍ່ສ້າງຮາກຖານຂອງໂຕເຂື່ອນ ພາຍຫລັງສຳເລັດຈະສືບຕໍ່ປ່ຽນແລວນ້ຳ ເພື່ອດຳເນີນການກໍ່ສ້າງຮາກຖານຂອງເຄື່ອນອີກເບື້ອງ, ຄາດວ່າໂຄງການນີ້ຈະສຳເລັດພາຍໃນໄລຍະ 5 ປີ ຫລຸດຈາກເຂື່ອນໄຟຟ້ານ້ຳຂອງ ໄຊຍະບູລີ 2 ປີ ຫລື ປະມານປີ 2027 ຈະໃຫ້ເລີ່ມຜະລິດໄຟຟ້າ. 

          ໂອກາດນີ້, ກໍໄດ້ມີຄຳຖາມເຈາະຈີ້ມບາງບັນຫາ ເພື່ອໃຫ້ພາກສ່ວນກ່ຽວຂ້ອງ ແລະຜູ້ພັດທະນາໂຄງການ ຮ່ວມກັນປຶກສາຫາລື ຊອກຫາວິທີທາງແກ້ໄຂບາງບັນຫາຄົງຄ້າງ ເພື່ອເຮັດໃຫ້ການກໍ່ສ້າງສຳເລັດຕາມແຜນການ.

          ຊຶ່ງໃນຕອນທ້າຍ, ທ່ານ ສັນຕິພາບ ພົມວິຫານ ໄດ້ເນັ້ນໃຫ້ຜູ້ພັດທະນາໂຄງການ ພ້ອມກັນຄົ້ນຄວ້າບາງບັນຫາ ທີ່ກະທົບຕໍ່ຄວາມຍືນຍົງ, ຕໍ່ການດຳລົງຊີວິດຂອງປະຊາຊົນຫລວງພະບາງ ໂດຍສະເພາະ ການປັບປຸງໃຫ້ສາຍນ້ຳຂອງ ເຂດພັດທະນາໂຄງການ ມີໄຄທຳມະຊາດ ໄດ້ຊົມໃຊ້ເຂົ້າໃນການບໍລິໂພກ ແລະ ຜະລິດໄຄແຜ່ນຂາຍເປັນສິນຄ້າ.

          ນອກຈາກການຢ້ຽມຢາມ ໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳຂອງ ຫລວງພະບາງ ທ່ານລັດຖະມົນຕີກະຊວງການເງິນ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວກວດກາການພັດທະນາລະບົບ ການຈັດເກັບລາຍຮັບ ຈາກການຂາຍປີ້ເຂົ້າຊົມແຫລ່ງທ່ອງທ່ຽວ ພາຍໃນແຂວງຫລວງພະບາງຕື່ມອີກ.

© 2025 Copyright: ກະຊວງການເງິນ, ສປປ ລາວ