ໃນວັນທີ 12 ກຸມພາ 2025, ກົມສ່ວຍສາອາກອນ ໄດ້ຈັດພິທີເປີດໂຕ ການເກັບພັນທະ ອາກອນມູນຄ່າເພີ່ມ (ອມພ) ຈາກການຄ້າທາງເອັກເລັກໂຕຣນິກ ແລະ ດີຈີຕອນແພລດຟອມ ຂອງຜູ້ສະໜອງຕ່າງປະເທດ ໃຫ້ຜູ້ຊົມໃຊ້ຢູ່ ສປປລາວ ໂດຍການເຂົ້າຮ່ວມຂອງທ່ານ ສຸລິວັດ ສຸວັນນະຈູມຄໍາ ຮອງລັດຖະມົນຕີ ກະຊວງການເງິນ ພ້ອມດ້ວຍ ທ່ານ ແກ້ວວີສຸກ ໂສລະພົມ ຮອງລັດຖະມົນຕີກະຊວງ ເຕັກໂນໂລຊີ ແລະ ການສື່ສານ ແລະ ທ່ານ ອາລູນ ບຸນຍົງ ຮອງຜູ່ວ່າການທະນາຄານແຫ່ງ ສປປ ລາວ, ມີອົງການຈັດຕັ້ງພາກລັດ; ສາກົນ ແລະ ບໍລິສັດ ທີ່ກ່ຽວຂ້ອງ ເຂົ້າຮ່ວມ.


ໃນພິທີ, ທ່ານ ບຸນປະເສີດ ສີກຸນລະບຸດ ຫົວໜ້າກົມສ່ວຍສາອາກອນ ກະຊວງການເງິນ ໃຫ້ຮູ້ວ່າ: ການຈັດຕັ້ງປະຕິບັດການເກັບພັນທະຈາກການຄ້າທາງອີເລັກໂຕຣນິກ ແລະ ດີຈີຕອນແພລດຟອມ ເປັນໜຶ່ງໃນໜ້າວຽກຈຸດສຸມບຸລິມະສິດ ຂອງລັດຖະບານເວົ້າລວມ, ເວົ້າສະເພາະກໍຄືກະຊວງການເງິນ ໃນການຜັນຂະຫຍາຍຄຳສັ່ງເລກທີ 18/ນຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນການຮົ່ວໄຫຼຂອງລາຍຮັບ, ແລະ ຜັນຂະຫຍາຍວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາເສດຖະກິດການເງິນ. ຊຶ່ງກົມສ່ວຍສາອາກອນເຫັນໄດ້ວ່າການເກັບພັນທະຈາກການຄ້າດີຈີຕອນ ຫຼື ສິນຄ້າທີ່ຈັບບາຍບໍ່ໄດ້ ເປັນແຫລ່ງລາຍຮັບໃໝ່ທີ່ສຳຄັນ ແລະ ມີທ່າແຮງ ຈຶ່ງໄດ້ສ້າງນິຕິກຳໃນການຄຸ້ມຄອງເກັບພັນທະດັ່ງກ່າວ ໂດຍຄົ້ນຄວ້າສ້າງນິຕິກຳດັ່ງກ່າວນັບແຕ່ປີ 2021 ແລະ ສາມາດຈັດຕັ້ງປະຕິບັດຢ່າງເປັນທາງການໃນປີ 2024. ຊຶ່ງການເກັບພັນທະອາກອນມູນຄ່າເພີ່ມຢູ່ບັນດາຫຼາຍໆປະເທດໃນໂລກກໍໄດ້ມີການຈັດຕັ້ງປະຕິບັດ ລວມທັງປະເທດພາກພື້ນກໍໄດ້ເລີ່ມຈັດຕັ້ງປະຕິບັດໃນຊຸມປີ 2021 ເປັນຕົ້ນມາ.

ການພັດທະນາລະບົບ ເພື່ອຮັບປະກັນການຄຸ້ມຄອງເກັບພັນທະຂອງຫົວໜ່ວຍນິຕິບຸກຄົນຕ່າງປະເທດທີ່ບໍ່ໄດ້ສ້າງຕັ້ງຢູ່ ສປປລາວ ທີ່ເຄື່ອນໄຫວມີລາຍຮັບຈາກການຄ້າດິຈິຕອນ ທົ່ວໂລກ ໂດຍກະຊວງການເງິນໄດ້ພັດທະນາເຄື່ອງມື ເພື່ອໃຫ້ນິຕິບຸກຄົນຕ່າງປະເທດສາມາດຂຶ້ນທະບຽນ, ແຈ້ງ ແລະ ມອບອາກອນມູນຄ່າເພີ່ມ ຜ່ານລະບົບ TaxRIS ໃນລະໂມດູນ Dtax ທີ່ພັດທະນາເປັນ 2 ພາສາ ຊຶ່ງລະບົບໄດ້ພັດທະນາຮອງຮັບການຂຶ້ນທະບຽນ ເພື່ອໃຫ້ຫົວໜ່ວຍທຸລະກິດຕ່າງປະເທດທີ່ບໍ່ໄດ້ສ້າງຕັ້ງຢູ່ ສປປລາວ ສາມາດຂຶ້ນທະບຽນ ດ້ວຍຕົນເອງໄດ້; ການ ແຈ້ງ-ມອບ ອມພ ແບບອອນລາຍ ຊຶ່ງນິຕິກຳໃຫ້ແຈ້ງເປັນທຸກໆ 4 ເດືອນ ຕໍ່ຄັ້ງ ຕ່າງຈາກ ການແຈ້ງ ອມພ ພາຍໃນ ເພື່ອໃຫ້ນິຕິບຸກຄົນໄດ້ມີການກະກຽມການສັງລວມການແຈ້ງ ແລະ ສ້າງແຮງຈູງໃຈໃຫ້ຫົວໜ່ວຍທຸລະກິດຕ່າງປະເທດໃນການຂຶ້ນທະບຽນໃຫ້ຫລາຍຂຶ້ນ; ການມອບ ອມພ (ການຊຳລະສະສາງ) ແມ່ນຜ່ານ 02 ຊ່ອງທາງຄື Wire Transfer ຜ່ານການໂອນເງິນຕ່າງປະເທດ ແລະ ຜ່ານ Payment Gate Way (Credit Card, Master Card) ຜ່ານ ໂມດູນ DTax. ນອກນີ້ ເພື່ອຮັບປະກັນໃຫ້ຫົວໜ່ວຍນິຕິບຸກຄົນຕ່າງປະເທດ ແຈ້ງ-ມອບ ດ້ວຍຕົນເອງ ຖືກຕ້ອງຕາມຂັ້ນຕອນຂອງລະບົບກຳນົດ ຂະແໜງສ່ວຍສາອາກອນຍັງໄດ້ສ້າງຄູ່ມືແນະນຳທີ່ມີ 02 ພາສາ.

ສໍາລັບຕົວເລກການຂຶ້ນທະບຽນ, ນັບແຕ່ຄຳແນະນຳໄດ້ມີຜົນສັກສິດ ເຫັນວ່າຫົວໜ່ວຍນິຕິບຸກຄົນຕ່າງປະເທດໄດ້ມາຂຶ້ນທະບຽນຮອດປັດຈຸບັນທັງໝົດ 30 ບໍລິສັດ. ໃນນັ້ນ, ມີຫົວໜ່ວຍນິຕິບຸກຄົນຕ່າງປະເທດຂະໜາດໃຫຍ່ທີ່ມິຊື່ສຽງເປັນຕົ້ນແມ່ນ ບໍລິສັດ Microsoft, Netflix, google, Booking.com, Tiktok, Meta ຊຶ່ງມີຜະລິດຕະພັນຂອງ Facebook, Instagram, Whatsapp.

ໂອກາດນີ້, ທ່ານ ສຸລິວັດ ສຸວັນນະຈູມຄໍາ ໄດ້ກ່າວວ່າ: ການເກັບພັນທະຈາກທຸລະກໍາເຄື່ອນໄຫວດີຈີຕອນ ຖືວ່າເປັນວຽກໃໝ່ ແລະ ເປັນສິີ່ງທີີ່ທ້າທາຍໃຫ້ຂະແໜງການເງິນແຫ່ງລັດ ໃນທົ່ວໂລກ ເວົ້າລວມ, ເວົ້າສະເພາະກໍຄື ສປປ ລາວ ແລະ ເມື່ອທຽບໃສ່ກັບຫຼາຍປະເທດແລ້ວ ຕະຫລາດທາງດ້ານດີຈີຕອນ ທີີ່ເປັນສິນຄ້າ ແລະ ການບໍລິການທີີ່ຈັບບາຍບໍໍ່ໄດ້ ຖືວ່າເປັນຕະຫລາດທີີ່ບໍ່ໃຫຍ່. ແຫຼ່ງລາຍຮັບດັັ່ງກ່າວ ເຫັນວ່າເປັນແຫຼ່ງລາຍຮັບໃໝ່ສໍາຄັນທີີ່ມີທ່າແຮງບົ່ມຊ້ອນ ທີີ່ປະກອບພັນທະເຂົ້າງົບປະມານແຫ່ງລັດ ກໍຄືການສ້າງສາພັດທະນາປະເທດຊາດ. ພາຍຫລັງມີການຈັດຕັ້ງປະຕິບັດຄໍາແນະນໍາດັັ່ງກ່າວ ກໍເຫັນວ່ານິຕິບຸກຄົນຕ່າງປະເທດໄດ້ໃຫ້ຄວາມສົນໃຈ ແລະ ຂຶ້ນທະບຽນໃນລະບົບອາກອນມູນຄ່າເພີີ່ມ ທີີ່ມີລັກສະນະເພີີ່ມຂຶ້ນ ໂດຍສະເພາະບໍລິສັດທີີ່ມີຊືີ່ສຽງໃນໂລກ. ສະນັ້ນ, ເພືີ່ອຕອບສະໜອງການຄຸ້ມຄອງການເກັບພັນທະດັັ່ງກ່າວ ນອກຈາກການສ້າງນິຕິກໍາທີີ່ເປັນເຄືີ່ອງມືໃນການເກັບແລ້ວ ຂະແໜງການເງິນ ຍັງໄດ້ສ້າງເຄືີ່ອງມືທັນສະໄໝ ເພືີ່ອອໍານວຍຄວາມສະດວກໃຫ້ນິຕິບຸກຄົນຢູ່ຕ່າງປະເທດຂຶ້ນທະບຽນ, ແຈ້ງ-ມອບ ອາກອນ ຢູ່ຕ່າງປະເທດດ້ວຍຕົນເອງຕະຫລອດ 24 ຊົ່ວໂມງ.

ໃນຕອນທ້າຍພິທີ, ກົມສ່ວຍສາອາກອນ ກະຊວງການເງິນ ຍັງໄດ້ມອບໃບຢັ້ງຢືນຜູ້ເຂົ້າໃນລະບົບອາກອນມູນຄ່າເພີ່ມ ໃຫ້ບໍລິສັດນິຕິບຸກຄົນຕ່າງປະເທດຈຳນວນໜຶ່ງ ອີກດ້ວຍ.