• ຫ້ອງການ
  • |
  • 2025-02-18
  • |
  • ວຽກວິຊາສະເພາະ

          ພະນັກງານ-ລັດຖະກອນຜູ້ທີ່ຮັບຜິດຊອບວຽກງານໂຄສະນາ ແລະ ຂໍ້ມູນຂ່າວສານການເງິນ ທີ່ຂຶ້ນກັບຫ້ອງການກະຊວງການເງິນ, ໄດ້ຮັບການຝຶກອົບຮົມຍົກລະດັບວຽກງານໂຄສະນາສື່ສານການຄຸ້ມຄອງການປ່ຽນແປງຕິດພັນກັບການຫັນເປັນທັນສະໄໝຂະແໜງການເງິນຈາກຊ່ຽວຊານບໍລິສັດ CH Academy ປະເທດປອກຕຸຍການ, ພາຍໃຕ້ການປັບປຸງລະບົບການຄຸ້ມຄອງການເງິນແຫ່ງລັດເປັນທັນສະໄໝ (E-FITS) ເຊິ່ງໄດ້ຮັບການສະໜັບສະໜູນຈາກທະ ນາຄານໂລກ.

          ຊຸດຝຶກອົບຮົມດັ່ງກ່າວໄດ້ຈັດຂຶ້ນເປັນເວລາ 4 ວັນໃນລະຫວ່າງວັນທີ 10-13 ກຸພາ 2024 ທີ່ກະຊວງ ການເງິນ, ໂດຍມີຜູ້ເຂົ້າຮ່ວມຝຶກອົບຮົມທັງໝົດ 14 ຄົນ; ເຊິ່ງບັນດານັກສໍາມານາກອນ ໄດ້ຮັບຟັງການບັນຍາຍຈາກຊ່ຽວຊານບໍລິສັດ CH Academy ປະເທດປອກຕຸຍການ, ກ່ຽວກັບວຽກງານ ຄຸ້ມຄອງ ສື່ສັງຄົມອອນລາຍ, ການສ້າງເນື້ອຫາ, ການວິເຄາະຂ່າວ, ນໍາສະເໜີວີດີໂອ, ການສ້າງຄອນເທັນອື່ນໆ...ລວມການຜະລິດສື່ວີດີໂອຕ່າງໆນໍາອີກດ້ວຍ.

© 2025 Copyright: ກະຊວງການເງິນ, ສປປ ລາວ