ໃນວັນທີ 18 ກຸມພາ 2025 ທີ່ ໂຮງແຮມ ດັບເບິ້ນທຣີ ບາຍ ຮິວຕັນ ວຽງຈັນ, ນະຄອນຫຼວງວຽງຈັນ ກົມຈັດຕັ້ງ ແລະ ພະນັກງານ ກະຊວງການເງິນ ໄດ້ເປີດກອງປະຊຸມທາບທາມ ແລະ ປະກອບຄຳເຫັນໃສ່ຮ່າງເອກະສານວຽກງານ ການຈັດຕັ້ງປະຕິບັດວຽກງານ ຂອບຄວາມສາມາດ (CF), ການປະເມີນຄວາມຕ້ອງການຂອງການຝຶກອົບຮົມ (TNA) ແລະ ຫຼັກສູດການຄຸ້ມຄອງການເງິນແຫ່ງລັດ (PFM Curriculum) ຂອງກະຊວງການເງິນ ໂດຍການເປັນປະທານຂອງ ທ່ານ ອຸໄທ ອິນທິລາດ ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ, ຫົວໜ້າຄະນະຈັດຕັ້ງປະຕິບັດວຽກງານ ຂອບຄວາມສາມາດ (CF), ການປະເມີນຄວາມຕ້ອງການຂອງການຝຶກອົບຮົມ (TNA) ແລະ ຫຼັກສູດການຄຸ້ມຄອງການເງິນແຫ່ງລັດ (PFM Curriculum) ຂອງກະຊວງການເງິນ, ຊຶ່ງມີ ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ແລະ ຄະນະວິຊາການ ບັນດາກົມອ້ອມຂ້າງກະຊວງການເງິນ ເຂົ້າຮ່ວມ.
![]() ໃນກອງປະຊຸມ ໄດ້ນຳສະເໜີ ບັນດາຫົວຂໍ້ ກ່ຽວກັບ ຫຼັກສູດ ການຄຸ້ມຄອງການເງິນແຫ່ງລັດ ທີ່ຕິດພັນກັບ ໜ້າວຽກຂອງບັນດາກົມອ້ອມຂ້າງກະຊວງການເງິນ ແລະ ໄດ້ທາບທາບຄຳເຫັນຈາກຜູ້ທີ່ເຂົ້າຮ່ວມກອງປະຊຸມ ເພື່ອປະກອບຄຳເຫັນ ຕໍ່ກັບຮ່າງບັນດາຫຼັກສູດເຫຼົ່ານັ້ນ ຊຶ່ງໃນຫຼັກສູດ ການຄຸ້ມຄອງການເງິນແຫ່ງລັດ ປະກອບມີ 8 ຫົວຂໍ້ຫຼັກສູດ ຄື: ຫຼັກສູດ ບົດລາຍງານການເງິນ ແລະ ການບັນຊີ, ຫຼັກສູດ ການກວດສອບ ແລະ ກວດກາ, ຫຼັກສູດ ການຄຸ້ມຄອງແຫຼ່ງເງິນ ແລະ ໜີ້ສິນສາທາລະນະ, ຫຼັກສູດ ການຄຸ້ມຄອງລາຍຈ່າຍ, ຫຼັກສູດ ການວາງແຜນງົບປະມານ ແລະ ການຈັດຕັ້ງປະຕິບັດງົບປະມານ, ຫຼັກສູດ ການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ, ຫຼັກສູດ ການຄຸ້ມຄອງລາຍຮັບ ແລະ ຫຼັກສູດ ການຄຸ້ມຄອງທົ່ວໄປ. |
![]() ໃນນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມຈາກບັນດາກົມອ້ອມຂ້າງກະຊວງການເງິນ ກໍໄດ້ປະກອບຄໍາເຫັນ ຢ່າງກົງໄປກົງມາ ຕໍ່ກັບຫຼັກສູດ ທີ່ຕິດພັນກັບພາກສ່ວນຂອງຕົນ ເປັນຕົ້ນ ດ້ານໂຄງສ້າງ, ເນື້ອໃນ, ຄຳສັບ ແລະ ອື່ນໆ ເພື່ອໃຫ້ສອດຄ່ອງກັບ ກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍທີ່ກ່ຽວຂ້ອງກັບ ໜ້າທີ່ວຽກງານຂອງບັນດາກົມ. ທັງນີ້ ກໍເພື່ອເຮັດໃຫ້ບັນດາຫຼັກສູດດັ່ງກ່າວໄດ້ຖືກຮັບຮອງ ແລະ ຈັດຕັ້ງປະຕິບັດຢ່າງມີຜົນສໍາເລັດ ພ້ອມທັງ ເປັນການກະກຽມໃນການສ້າງຄູຝຶກ ຈາກບັນດາກົມຂອງກະຊວງການເງິນ ເພື່ອໃຫ້ກາຍເປັນຄູຝຶກ ໃນບັນດາຫຼັກສູດຕ່າງໆເຫຼົ່ານັ້ນ. |
![]() ໂອກາດນີ້, ທ່ານ ອຸໄທ ອິນທິລາດ ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ, ປະທານກອງປະຊຸມ ຍັງໃຫ້ຮູ້ຕື່ມວ່າ: ການຈັດຕັ້ງປະຕິບັດວຽກງານ ຂອບຄວາມສາມາດ, ການປະເມີນຄວາມຕ້ອງການຂອງການຝຶກອົບຮົມ ແລະ ຫຼັກສູດການຄຸ້ມຄອງການເງິນແຫ່ງລັດ ແມ່ນໜຶ່ງໃນນະໂຍບາຍອັນສໍາຄັນຂອງກະຊວງການເງິນ ທີ່ນອນຢູ່ໃນ 10 ຍຸດທະສາດການພັດທະນາການເງິນແຫ່ງລັດ ຮອດປີ 2025, ຊຶ່ງໃນນັ້ນ ຍຸດທະສາດທີ 05 ໄດ້ກຳນົດໄວ້ຢ່າງຊັດເຈນ ກ່ຽວກັບ ການພັດທະນາການຈັດຕັ້ງ ແລະ ບຸກຄະລາກອນ ໃຫ້ມີຄວາມຮູ້ຄວາມສາມາດ ແລະ ໜັກແໜ້ນທາງດ້ານການເມືອງແນວຄິດ. ສະນັ້ນ, ເພື່ອຊ່ວຍໃຫ້ວຽກງານດັ່ງກ່າວ ສາມາດບັນລຸຕາມ ຍຸດທະສາດດັ່ງກ່າວ, ທະນາຄານໂລກ ຈຶ່ງໄດ້ໃຫ້ການຮ່ວມມືຊ່ວຍເຫຼືອສະໜັບສະໜູນ ພາຍໃຕ້ໂຄງການປັບປຸງລະບົບການຄຸ້ມຄອງການເງິນແຫ່ງລັດເປັນທັນສະໄໝ (E-FITS) ນັບແຕ່ປີ 2019 ເປັນຕົ້ນມາ. ອີກດ້ານໜຶ່ງ, ການຈັດຕັ້ງປະຕິບັດວຽກງານ ຂອບຄວາມສາມາດ, ການປະເມີນຄວາມຕ້ອງການຂອງການຝຶກອົບຮົມ ແລະ ຫຼັກສູດການຄຸ້ມຄອງການເງິນແຫ່ງລັດ ແມ່ນກິດຈະກຳໜຶ່ງ ທີ່ນອນໃນການພັດທະນາຂະແໜງການເງິນ, ເພື່ອແນໃສ່ເຮັດໃຫ້ການພັດທະນາໃນຂົງເຂດວຽກງານການເງິນ ສາມາດຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ. |