ໃນອາທິດຜ່ານມາ ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນພ້ອມດ້ວຍຄະນະ ໄດ້ຕ້ອນຮັບການເຂົ້າຢ້ຽມຂອງ ທ່ານ ນາງ ມໍຣະກົດ ສີສະຫວັດ ເອກອັກຄະຣາຊະທູດ ຣາຊະອານາຈັກໄທ ປະຈຳ ສປປ ລາວ ພ້ອມດ້ວຍຄະນະ.

ໂອກາດນີ້ ທ່ານ ນາງ ມໍຣະກົດ ສີສະຫວັດ ໄດ້ກ່າວ ຂອບໃຈ ແລະ ຊົມເຊີຍ ຕໍ່ລັດຖະບານລາວ ກໍຄືກະຊວງການເງິນທີ່ໄດ້ມີການປະສານສົມທົບ ໃນການຈັດຕັ້ງປະຕິບັດ ບັນດາແຜນການຮ່ວມມືດ້ວຍດີຕະຫຼອດມາ ເຊິ່ງເຫັນວ່າ ສາມາດອຳນວຍຄວາມສະດວກກໍຄືດຶງດູດນັກລົງທຶນຈາກ ປະເທດໄທ ເຂົ້າມາລົງທຶນຢູ່ສປປລາວ ໃນຂົງເຂດຕ່າງໆເພີ່ນຂຶ້ນໃນແຕ່ລະປີຫລາຍສົມຄວນ ແຕ່ຢ່າງໃດກໍຕາມ ແຜນການຮ່ວມມືຂອງສອງຝ່າຍ ລາວ-ໄທ ຍັງຈະຕ້ອງສືບຕໍ່ ຫັດແໜ້ນຄວາມສາມັກຄີ ລົງເລິກ ໃຫ້ການຊຸກຍູ້ຊ່ວຍເຫຼືອ ແລກປ່ຽນບົດຮຽນປະສົບການ ຂະແໜງການຕ່າງໆ ເປັນຕົ້ນແມ່ນ ການແລກ ປ່ຽນບົດຮຽນ ກ່ຽວກັບຫົວຫນ່ວຍທຸລະກິດ ຂະໜາາດນ້ອຍ ຫຼື SME ຮ່ວມກັນ ໂດຍຈະສືບຕໍ່ ລົງເລີກ ທາງດ້ານມາດຖານການຜະລິດ ເພື່ອໃຫ້ມີເງື່ອນໄຂ ມາດຕະຖານ ສິນຄ້າທີ່ດີ ຕາມຂະບວນການກົນໄກສູ່ການຕະຫຼາດ ກໍ່ຄືການຫາຊ່ອງທາງການຕະຫຼາດໃນການກະຈາຍຜະລິດຕະພັນຕ່າງໆ ອອກສູ່ຕະຫຼາດໄດ້ຢ່າງມີປະສິດທິພາບ ແລະ ປະສິດທິຜົນດີຂຶ້ນເປັນກ້າວໆ.

ພ້ອມນີ້ ທ່ານ ສັນຕິພາບ ພົມວິຫານ ໄດ້ຕີລາຄາສູງຕໍ່ການຮ່ວມມືລາວ-ໄທທີ່ດີຕະຫລອດມາ ການໃຫ້ການສະໜັບສະໜູນ ໃນດ້ານຕ່າງໆ ແກ່ ສປປລາວ, ກະຊວງການເງິນ ຍິນດີ ແລະ ສະໜັບສະໜູນຕໍ່ແຜນງານການແລກປ່ຽນບົດຮຽນປະສົບການກ່ຽກັບ ວຽກງານ SME ຢູ່ ສປປ ລາວ. ເນື່ອງຈາກວ່າ SMEຢູ່ ສປປ ລາວ ທີ່ຍັງມີລັກສະນະບໍ່ ທັນເຂັ້ມແຂງ ບາງຫົວໜ່ວຍຍັງຂາດປະສົບການ ດ້ານການຕະຫຼາດ ໃນດ້ານມາດຕະຖານຜະລິດຕະພັນ ແລະ ກົນໄກການຕະຫຼາດກໍ່ຍັງເຮັດບໍ່ທັນໄດ້ດີເທົ່າທີ່ຄວນ ທຽບໃສ່ ປະເທດໄທ ດ້ວຍບົດຮຽນປະສົບການຂອງນັກລົງທຶນທີ່ດີເດັ່ນຈາກ ຣາຊະອານາ ຈັກໄທ ຫວັງຢ່າງຍິ່ງວ່າ ຈະຊ່ວຍເຮັດໃຫ້ SME ຢູ່ ສປປ ລາວ ເຕີບໃຫຍ່ຂະຫຍາຍຕົວໃນທ່ວງທ່າທີ່ດີຂຶ້ນ.
