ກອງປະຊຸມໃຫຍ່ຄັ້ງທີ III ຂອງໜ່ວຍພັກບໍລິສັດປະກັນໄພແຫ່ງປະເທດລາວ ໄດ້ເປີດຂຶ້ນໃນວັນທີ 20 ກຸມພາ 2025, ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ສຸລິວັດ ສຸວັນນະຈູມຄໍາ ກໍາມະການປະຈຳພັກກະຊວງ, ຮອງລັດຖະມົນຕີກະຊວງການເງິນ ແລະ ສະຫາຍ ນາງ ແສງອາລຸນ ອີນມີໄຊ ເລຂາໜ່ວຍພັກບໍລິສັດປະກັນໄພແຫ່ງປະເທດລາວ ມີຫົວໜ້າກົມກວດກາລັດ, ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ພ້ອມດ້ວຍສະມາຊິກພັກສົມບູນ, ສຳຮອງ ແລະ ຕາງໜ້າສາມອົງການຈັດຕັ້ງມະຫາຊົນເຂົ້າຮ່ວມ. ໃນກອງປະຊຸມໄດ້ຮັບຟັງການຜ່ານ ບົດລາຍງານການເມືອງ ແລະ ບົດສຳຫຼວດການນຳພາລວມຂອງຄະນະໜ່ວຍພັກຊຸດເກົ່າ, ໂດຍໄດ້ພ້ອມກັນຄົ້ນຄວ້າ ແລະ ປະກອບຄໍາເຫັນໃສ່ ບົດລາຍງານການເມືອງ, ທິດທາງຄາດໝາຍສູ້ຊົນ ວຽກງານແຕ່ລະດ້ານ ກ່ຽວກັບວຽກງານກໍ່ສ້າງພັກ-ພະນັກງານ ແລະ ບົດສຳຫລວດການນຳພາລວມ ຂອງ ຄະນະໜ່ວຍພັກຊຸດເກົ່າ, ໃນນັ້ນໄດ້ຕີລາຄາດ້ານດີ, ດ້ານອ່ອນ,ຂໍ້ຄົງຄ້າງ, ສາເຫດ, ບົດຮຽນການຊີ້ນຳ-ນຳພາ ແລະ ຈັດຕັ້ງປະຕິບັດໃນໄລຍະຜ່ານມາ, ພ້ອມນີ້ ກອງປະຊຸມຍັງໄດ້ເປັນເອກະສັນກັນ ຮັບຮອງເອົາທິດທາງ, ແຜນການໃນ 5 ປີຕໍ່ໜ້າ, ພ້ອມນັ້ນກອງປະຊຸມຍັງໄດ້ປ່ອນບັດເອົາຄະນະໜ່ວຍພັກຊຸດໃໝ່ ໂດຍກອງປະຊຸມຄັ້ງປະຖົມມະລຶກເຫັນດີຮັບຮອງເອົາ ສະຫາຍ ນາງ ແສງອາລຸນ ອີນມີໄຊ ເປັນເລຂາໜ່ວຍພັກ; ສະຫາຍ ສິນປະເສີດ ຈັນທະສັກ ເປັນຮອງເລຂາ ທັງເປັນປະທານກວດກາໜ່ວຍພັກ ແລະ ສະຫາຍ ໄພຍະເອກ ທຳມະນາມ ເປັນກຳມະການໜ່ວຍພັກ ປະກັນໄພແຫ່ງປະເທດລາວ. ໂອກາດນີ້ໄດ້ຮັບຟັງການໂອ້ລົມ ຂອງ ສະຫາຍ ສຸລິວັດ ສຸວັນນະຈູມຄໍາ ເຊິ່ງສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ການນໍາ ຂອງຄະນະພັກຊຸດເກົ່າ ທີ່ໄດ້ຊີ້ນໍາ-ນຳພາພະນັກງານ, ສະມາຊິກພັກ ພາຍໃນໜ່ວຍພັກ ປະຕິບັດໜ້າທີ່ການເມືອງຂອງຕົນ, ຍາດໄດ້ຜົນງານ ແລະ ມີຜົນສຳເລັດຫລາຍດ້ານ, ພ້ອມກັນນັ້ນ ສະຫາຍຍັງມີຄວາມເປັນຫ່ວງເປັນໃຍ ຕໍ່ດ້ານອ່ອນ, ຂໍ້ຄົງຄ້າງ ສະນັ້ນຈຶ່ງໄດ້ຮຽກຮ້ອງໃຫ້ຄະນະໜ່ວຍພັກຊຸດໃໝ່ ຕ້ອງໄດ້ສືບຕໍ່ນຳພາປັບປຸງ, ແກ້ໄຂ, ແລະ ໄດ້ໃຫ້ທິດ ຊີ້ນຳ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ III ຂອງໜ່ວຍພັກບໍລິສັດປະກັນໄພແຫ່ງປະເທດລາວ ໃຫ້ຍາດໄດ້ຜົນງານ ແລະ ມີຜົນສຳເລັດອັນໃຫຍ່ຫຼວງກວ່າເກົ່າ.
