ໃນວັນທີ 20 ກຸມພາ 2025, ກົມຄຸ້ມຄອງວິສາຫະກິດລັດລົງທຶນ ແລະ ການປະກັນໄພ ໄດ້ຈັດກອງປະຊຸມ ກ່ຽວກັບທິດທາງແຜນການໃນການຄຸ້ມຄອງ ວິສາຫະກິດລັດລົງທຶນ, ໂດຍການເປັນປະທານຂອງ ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ, ມີທ່ານ ສຸລິວັດ ສຸວັນນະຈູມຄຳ ຮອງລັດຖະມົນຕີກະຊວງການເງິນ, ມີຫົວໜ້າກົມ ພ້ອມດ້ວຍຄະນະພະແນກກ່ຽວຂ້ອງພາຍໃນກົມເຂົ້າຮ່ວມ.
![]() |
ຈຸດປະສົງຂອງກອງປະຊຸມຄັ້ງນີ້ກໍ່ແມ່ນເພື່ອ ຜ່ານຮ່າງທິດທາງແຜນການໃນການປະຕິຮູບ ແລະ ກົນໄກການຄຸ້ມຄອງວິສາຫະກິດລັດລົງທຶນ ແລະ ການປະກັນໄພ ເພື່ອຂໍທິດຊີ້ນຳຈາກ ຄະນະພັກກະ ຊວງ ເພື່ອນຳໄປສ້າງເປັນແຜນງານລະອຽດຮັດກຸມ ເປັນບ່ອນອີງທີ່ຖືກຕ້ອງສອດຄ່ອງໃນການຈັດຕັ້ງປະຕິບັດຕົວຈິງ.
![]() |
ໃນວາລະກອງປະຊຸມ ທ່ານ ໄພທູນ ທ່ຽງລະໄມ ຫົວໜ້າກົມຄຸ້ມຄອງວິສາຫະກິດລັດລົງທຶນ ແລະ ການປະກັນໄພ ໄດ້ຜ່ານຮ່າງທິດທາງແຜນການໃນການປະຕິຮູບ ແລະ ການຄຸ້ມຄອງ ວິສາຫະກິດລັດລົງທຶນ ໂດຍທ່ານ ໄດ້ຍົກໃຫ້ເຫັນແຕ່ລະດ້ານ ແຕ່ລະບັນຫາ ໃນທິດທາງ ກົນໄກການປັບປຸງ ການຄຸ້ມຄອງແຕ່ລະບັນຫາ ເປັນຕົ້ນການຄຸ້ມຄອງ ແລະ ຕິດຕາມສະພາບໍລິຫານ, ການຫັນທັນສະໄໝ ມາດຕະການທີ່ເຂັ້ມງວດຕໍ່ຜູ້ລະເມີດລະບຽບກົດໝາຍທີ່ວາງໄວ້.
ໃນໂອກາດດັ່ງກ່າວ ທ່ານ ສັນຕິພາບ ພົມວິຫານ ໄດ້ກ່າວຊົມເຊີຍ ຕໍ່ຄວາມພະຍາຍາມໃນວຽກງານປະຕິຮູບວິສາຫະກິດລັດລົງທຶນ ແລະ ການປະກັນໄພ ເຊິ່ງສະແດງອອກໃນການຄົ້ນຄວ້າກຳນົດແຜນປັບປຸງແຕ່ລະດ້ານ ກົນໄກການຕ່າງໆໃນການຄຸ້ມຄອງຜູ້ບໍລິຫານ ແຕ່ເຖິງຢ່າງໃດກໍ່ຕາມ ທ່ານ ເນັ້ນໃຫ້ຄະນະກົມ ກໍ່ຄືພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານ, ສືບຕໍ່ແລກປ່ຽນ ທອດຖອນບົດຮຽນປະສົບການ ກັບບັນດາປະເທດຄູ່ຮ່ວມຍຸດທະສາດ ເປັນຕົ້ນ ສປ ຈີນ ແລະ ສສ ຫວຽດນາມ ຢ່າງຕໍ່ເນື່ອງ ກົມກຽວ ເພື່ອແລກປ່ຽນບົດຮຽນປະສົບການ ແລະ ນຳເອົາບົດຮຽນທີ່ດີ ນຳມາຈັດຕັ້ງຜັນຂະຫຍາຍເຂົ້າໃນການສ້າງແຜນງານການປັບປຸງວຽກງານດັ່ງກ່າວໃຫ້ມີຄວາມຄ່ອງຕົວ ຢ່າງມີປະສິດທິພາບ ແລະ ປະສິດທິຜົນຢ່າງຍືນຍົງ.