ໃນວັນທີ 21 ກຸມພາ 2025 ທີ່ ກົມສ່ວຍສາອາກອນ ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດ ຂໍ້ແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ ປະຈໍາປີ 2024 ແລະ ທິດທາງແຜນການ ປີ 2025 ໄດ້ເປີດຂື້ນ, ໂດຍການເປັນປະທານຂອງທ່ານ ພູວົງ ກິດຕະວົງ ຮອງລັດຖະມົນຕີກະຊວງການເງິນ ມີຄະນະຄັງເງິນແຫ່ງຊາດ, ຕ່າງໜ້າກົມຈັດຕັ້ງ ແລະ ພະນັກງານ ພ້ອມດ້ວຍ ພະນັກງານ-ລັດຖະກອນ ຄັງເງິນແຫ່ງຊາດ ເຂົ້າຮ່ວມ. ໂອກາດນີ້ ທ່ານ ນາງ ຍອດ ແພງສົມບັດ ຫົວໜ້າຄັງເງິນແຫ່ງຊາດ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ ປະຈໍາປີ 2024 ແລະ ທິດທາງແຜນການ ປີ 2025 ເຊິ່ງທ່ານໃຫ້ຮູ້ວ່າ: ຄັງເງິນແຫ່ງຊາດ ແມ່ນກົງຈັກໜຶ່ງຂອງກະຊວງການເງິນ, ມີພາລະບົດບາດ ເປັນເສນາທິການ ໃຫ້ແກ່ ລັດຖະມົນຕີກະຊວງການເງິນ ໃນການຄຸ້ມຄອງມະຫາພາກ ກ່ຽວກັບ ວຽກງານຄັງເງິນ, ເປັນນາຍບັນຊີແຫ່ງລັດ, ຄຸ້ມຄອງລາຍຮັບ-ລາຍຈ່າຍງົບປະມານ-ຄັງເງິນ, ລະດົມທຶນໄລຍະສັ້ນ, ສັງລວມແຫຼ່ງເງິນຂອງລັດ ໃຫ້ລວມສູນງົບປະມານ ເຂົ້າບັນຊີຄັງເງິນ ໂດຍນໍາໃຊ້ລະບົບທັນສະໄໝ, ໂຄງປະກອບກົງຈັກການຈັດຕັ້ງຂອງ ຄັງເງິນແຫ່ງຊາດ ປະກອບມີ 07 ພະແນກ ຄື: ພະແນກ ຈັດຕັ້ງ, ແຜນການ ແລະ ການເງິນ; ພະແນກ ກວດກາພາຍໃນ; ພະແນກ ນິຕິກຳ ແລະ ການຮ່ວມມື; ພະແນກ ບັນຊີສັງລວມ; ພະແນກ ຄຸ້ມຄອງແຫຼ່ງເງິນ; ພະແນກ ກວດກາລາຍຈ່າຍງົບປະມານ ແລະ ພະແນກ ບໍລິການຄັງເງິນ. ການຈັດຕັ້ງປະຕິບັດຂະບວນການ ແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາໃນໄລຍະຜ່ານມາ ໄດ້ແຕ່ງຕັ້ງຄະນະຮັບຜິດຊອບວຽກງານ ແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ ຂອງຄັງເງິນແຫ່ງຊາດ ສະບັບເລກທີ 3613/ກງ, ລົງວັນທີ 06 ທັນວາ 2022 ໂດຍໄດ້ຄົ້້ນຄ້ວາເນື້ອໃນແຜນການ ແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ ຂອງຄັງເງິນແຫ່ງຊາດ ປີ 2023-2025 ສະບັບເລກທີ 7150/ຄງຊ, ລົງວັນທີ 16 ທັນວາ 2022 ໄດ້ມອບໝາຍ ໃຫ້ບັນດາພະແນກອ້ອມຂ້າງຄັງເງິນແຫ່ງຊາດ ນຳເອົາຄໍາຂວັນດັ່ງກ່າວການແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ ຂອງຄັງເງິນແຫ່ງຊາດ ມາຜັນຂະຫຍາຍມາເປັນເນື້ອໃນຄໍາຂວັນແຂ່ງຂັນສະເພາະຂອງຕົນເອງ ຈໍານວນ 8 ຂໍ້ແຂ່ງຂັນ ຊຶ່ງໄດ້ອອກຂໍ້ຕົກລົງຮັບຮອງເອົາຄໍາຂວັນ ແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ ຂອງຄັງເງິນແຫ່ງຊາດ ແລະ ບັນດາພະແນກການອ້ອມຂ້າງຄັງເງິນແຫ່ງຊາດ ໄລຍະປີ 2023-2025 ສະບັບເລກທີ 7150/ຄງຊ, ລົງວັນທີ 16 ທັນວາ 2022; ໄດ້ເຂົ້າຮ່ວມ ຈັບມືກັນເພື່ອປະຕິບັດຄຳຂວັນ ແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ ຮ່ວມກັບບັນດາກົມອ້ອມຂ້າງກະຊວງການເງິນ ໃນວັນທີ 07 ມີນາ 2023; ຫຼັງຈາກນັ້ນ ກໍໄດ້ເປີດຂະບວນການແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ ຂອງບັນດາພະແນກການອ້ອມຂ້າງຄັງເງິນແຫ່ງຊາດ ໃນວັນທີ 29 ມີນາ 2023; ຄໍາຂວັນແຂ່ງຂັນ ແລະ ຍ້ອງຍໍ ຮັກຊາດ ຂອງຄັງເງິນແຫ່ງຊາດແມ່ນ “ ພັດທະນາວຽກງານຄັງເງິນ ຕາມລະບົບສາຍຕັ້ງໃຫ້ເຂັ້ມແຂງ, ຄຸ້ມຄອງງົບປະມານລວມສູນ ແລະ ຫັນຄັງເງິນເປັນທັນສະໄໝ ” ນອກຈາກນີ້ຍັງໃຫ້ຕາງໜ້າແຕ່ລະພະແນກຂຶ້ນຢັ້ງຢືນ ການສືບຕໍ່ ຈັດຕັ້ງປະຕິບັດ ຂໍ້ແຂ່ງຂັນ ປີ 2025 ແລະ ບັນດາພະແນກອ້ອມຂ້າງຄັງເງິນແຫ່ງຊາດຂື້ນມາຈັບມືແຂ່ງຂັນ ຂະບວນການ ປີ 2025 ແລະ ມອບໃບຍ້ອງຍໍ ປີ 2023 ໃຫ້ຄະນະນໍາ ແລະ ພະແນກອ້ອມຂ້າງຄັງເງິນແຫ່ງຊາດ ໃຫ້ກຽດມອບຄັ້ງນີ້ໂດຍທ່ານ ພູວົງ ກິດຕະວົງ ກຳມະການປະຈໍາພັກ, ຮອງລັດຖະມົນຕີກະຊວງການເງິນ. ໃນກອງປະຊຸມ ຍັງໄດ້ປະກາດແຕ່ງຕັ້ງພະນັກງານ ອີງຕາມ ກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ ສະບັບເລກທີ 74/ສພຊ, ລົງວັນທີ 18 ທັນວາ 2015 ລັດຖະມົນຕີກະຊວງການເງິນ ຕົກລົງ: ຍົກຍ້າຍ ແລະ ແຕ່ງຕັ້ງ ທ່ານ ນາງ ຂວັນແພງ ກຸນນະວົງ ຮອງຫົວໜ້າພະແນກຈັດຕັ້ງ, ແຜນການ ແລະ ການເງິນ ເປັນວ່າການແທນຫົວໜ້າພະແນກບໍລິການຄັງເງິນ, ຄັງເງິນແຫ່ງຊາດ; ຫົວໜ້າຄັງເງິນແຫ່ງຊາດ ຕົກລົງ ຍົກຍ້າຍ ທ່ານ ນາງ ໜູຈັນ ໄຊຍະສອນ ຮອງຫົວໜ້າພະແນກບັນຊີສັງລວມ ໄປສັງກັດຢູ່ພະແນກຈັດຕັ້ງ, ແຜນການ ແລະ ການເງິນ ແລະ ຕົກລົງ ແຕ່ງຕັ້ງ ທ່ານ ສຸກສະຫວັນ ແກ້ວສຸວັນ ຮອງຫົວໜ້າພະແນກຄຸ້ມຄອງແຫຼ່ງເງິນ ເປັນ ຮັກສາການຫົວໜ້າພະແນກຄຸ້ມຄອງແຫຼ່ງເງິນ. ຫຼັງຈາກນັ້ນ, ກໍ່ໄດ້ຮັບຟັງການໂອ້ລົມຈາກປະທານກອງປະຊຸມ ເພື່ອເປັນທິດເຍືອງທາງໃນການປະຕິບັດວຽກງານໃນຕໍ່ໜ້າໃຫ້ປະສົບຜົນສໍາເລັດ ແລະ ມີປະສິດທິດຜົນເປັນກ້າວໆ.
