• ກົມການເງິນຕ່າງປະເທດ
  • |
  • 2025-03-06
  • |
  • ວຽກຮ່ວມມື

          ໃນວັນທີ 21 ກຸມພາ 2025, ທ່ານ ສຸລິວັດ ສຸວັນນະຈູມຄຳ ຮອງລັດຖະມົນຕີກະຊວງການເງິນ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບການເຂົ້າພົບປະຂອງທ່ານ ອາກແຊນ ຈາໂຄບີ ຮອງຜູ້ວ່າການ ລຸກຊຳບວກ ປະຈຳທະນາ ຄານພັດທະນາອາຊີ ຫຼື ADB ທັງເປັນຫົວໜ້າກົມການຮ່ວມມືຫຼາຍຝ່າຍ, ການປະຕິບັດ ແລະ ການຊ່ວຍເຫຼືອເພື່ອການພັດທະນາກະຊວງການເງິນ ລຸກຊຳບວກ ພ້ອມດ້ວຍຄະນະເຂົ້າຮ່ວມ.

          ຈຸດປະສົງຂອງການເຂົ້າພົບປະຄັ້ງນີ້ ກໍແມ່ນເພື່ອເສີມຂະຫຍາຍການຮ່ວມມື ໃນຂອບສອງຝ່າຍລະຫວ່າງ ສປປ ລາວ ແລະ ລຸກຊຳບວກ ໃນຂອບຫຼາຍຝ່າຍຜ່ານ ADB ແລະ ສະຖາບັນການເງິນສາ ກົນຕ່າງໆ ເພື່ອເສີມຂະຫຍາຍຊ່ອງທາງແຜນການຮ່ວມມື ແລະ ການສະໜອງທຶນໃຫ້ ສປປ ລາວໃນຕໍ່ໜ້າ.

          ໂອກາດດັ່ງກ່າວ ທັງສອງຝ່າຍໄດ້ຍົກເອົາຜົນສຳເລັດ ໃນການຈັດຕັ້ງປະຕິບັດແຜນການຮ່ວມມື ໃນໄລຍະຜ່ານມາ ເພື່ອແລກປ່ຽນບົດຮຽນປະສົບການເຊິ່ງກັນ ແລະ ກັນຢ່າງກົງໄປກົງມາ ເພື່ອແນ ໃສ່ຈັດຕັ້ງຜັນຂະຫຍາຍ ຄວາມຄ່ອງຕົວ ແລະ ສືບຕໍ່ປັບປຸງແກ້ໄຂ ບັນຫາທີ່ຍັງເປັນສິ່ງທ້າທາຍໃນການ ຈັດຕັ້ງປະຕິບັດແຜນການຮ່ວມມືສອງຝ່າຍໃນຕໍ່ໜ້າ ແລະ ຍາວນານ.

          ການຮ່ວມມືລະຫວ່າງ ສປປ ລາວ ແລະ ລຸກຊຳບວກ ໄດ້ເລີ່ມແຕ່ປີ 1996 ແລະ ໄດ້ສ້າງຕັ້ງສາຍພົວພັນການທູດໃນປີ 1997  ແລະ ໃນປີ 2001 ລຸກຊຳບວກໄດ້ເອົາ ສປປ ລາວ ເຂົ້າເປັນປະ ເທດເປົ້າໝາຍໃນການຊ່ວຍ ເຫຼືອ ໂດຍທັງສອງປະເທດ ໄດ້ພົບປະແລກປ່ຽນ ສ້າງແຜນການຮ່ວມມືຫຼາຍຝ່າຍແຕ່ລະໄລຍະ ພ້ອມນັ້ນ ກະຊວງການເງິນ ໄດ້ເຂົ້າຮ່ວມໃນຄະນະເຈລະຈາສອງຝ່າຍໃນປີ 2015 ແລະ ປີ 2025 ກໍ່ຄາດວ່າຈະໄດ້ເຂົ້າຮ່ວມເຊັນດຽວກັນ.

          ສະເພາະ ການຮ່ວມມືໃນຂະແໜງການເງິນ ປີ 2024 ກະຊວງການເງິນທັງສອງປະເທດໄດ້ ສຳເລັດການລົງນາມເຊັນສັນຍາ ການເກັບອາກອນຊ້ຳຊ້ອນ ແລະ ການລົບຫຼີກການເສຍອາກອນລາຍໄດ້ ແລະ ຈາກທຶນ.

© 2025 Copyright: ກະຊວງການເງິນ, ສປປ ລາວ