• ສະຖາບັນການເງິນ – ການບັນຊີ
  • |
  • 2025-03-06
  • |
  • ວຽກວິຊາສະເພາະ

        ວັນທີ 22 ກຸມພາ 2025 ສະພາວິຊາຊີບນັກບັນຊີ ແລະ ນັກກວດສອບ ໄດ້ປິດຝຶກອົບຮົມກ່ຽວກັບ “ການຟື້ນຟູ ແລະ ການລົ້ມລະລາຍ Rehabilitation and Bankruptcy ໃຫ້ກັບສະມາ ຊິກ ແລະ ບຸກຄົນທົ່ວໄປ ທີ່ສົນໃຈ, ຊຶ່ງການຝຶກອົບຮົມດັ່ງກ່າວ ໃຫ້ກຽດເປັນຜູ້ບັນລະຍາຍ ແລະ ມອບໃບຢັ້ງຢືນໂດຍ ທ່ານ ນັນທະລັດ ທິລະກຸນ ຄະນະກຳມະການສຶກສາ ສະພາວິຊາຊີບນັກບັນຊີ ແລະ ນັກກວດສອບ, ມີຜູ້ເຂົ້າຮ່ວມມາຈາກຫຼາຍພາກສ່ວນ ໃນນີ້ ກໍ່ມີພະນັກງານວິຊາການຈາກກົມຄຸ້ມຄອງການບັນຊີ ກະຊວງການເງິນ, ຈາກສະຖາບັນການເງິນ ແລະ ການບັນຊີ, ມາຈາກຄະນະເສດ ຖະສາດ ແລະ ບໍລິຫານທຸລະກິດ (ມຊ), ຈາກສະຖາບັນການທະນາຄານ, ສະມາຊິກບຸກຄົນທົ່ວໄປຈາກຫົວໜ່ວຍທຸລະກິດຕ່າງໆ.  

        ຫົວຂໍ້ຂອງການຝຶກອົບຮົມແມ່ນບັນລະຍາຍກ່ຽວກັບບົດ ແນະນໍາ ການລົ້ມລະ ລາຍ ແລະ ການຟື້ນຟູ (Introduction to Bankruptcy and Rehabilitation); ປະເພດຂອງການລົ້ມລະລາຍ (Types of Bankruptcy); ຂະບວນການຟື້ນຟູ (The Rehabilitation Pro cess); ບັນຫາ ແລະ ຫຼັກກົດໝາຍ (Key Legal Issues); ການພິຈາລະນາທາງດ້ານການເງິນ (Financial Considerations); ບົດບາດຂອງພາກສ່ວນກ່ຽວຂ້ອງ ແລະ ກໍລະນີສຶກສາ (Role of Stakeholders and Case Studies); ທ່າອ່ຽງທີ່ພົ້ນເດັ່ນ ແລະ ສິ່ງທ້າທາຍ (Emerging Trends and Challenges);

        ການຝຶກອົບຮົມດັ່ງກ່າວແມ່ນໄດ້ຍົກສູງພາລະບົດບາດໃຫ້ແກ່ຜູ້ທີ່ເຂົ້າຮ່ວມຝຶກອົບຮົມ ໃນດ້ານກົດໝາຍວ່າດ້ວຍການຟື້ນຟູ ແລະ ການລົ້ມລະລາຍ ໂດຍສະເພາະ ເນັ້ນໃຫ້ບັນດາວິສາຫະກິດທີ່ໃຫ້ບໍ ລິການບັນຊີ ແລະ ກວດສອບ ເພື່ອນຳ¬ໄປ ເປັນບົດຮຽນເປັນຄວາມຮູ້ໃນການຈັດຕັ້ງປະຕິບັດ ແລະ ການໃຫ້ຄຳແນະນຳ  ໂດຍສະເພາະ ການໃຫ້ຄຳແນະນຳດ້ານກົດໝາຍ ແລະ ຄຳແນະນຳຕໍ່ກັບກົດໝາຍວ່າດ້ວຍການຟື້ນຟູ ແລະ ການລົ້ມລະລາຍ.

© 2025 Copyright: ກະຊວງການເງິນ, ສປປ ລາວ