• ກົມປະຕິຮູບລັດວິສາຫະກິດ ແລະ ການປະກັນໄພ
  • |
  • 2025-03-07
  • |
  • ວຽກຮ່ວມມື

        ໃນວັນທີ 06 ມີນາ 2025 ໄດ້ຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈ MOU ກ່ຽວກັບການຮ່ວມມືທາງດ້ານວິຊາການປະກັນໄພ ລະຫວ່າງກົມຄຸ້ມຄອງວິສາຫະກິດ ລັດລົງທຶນ ແລະ ການປະກັນໄພ (ຄລປ) ແລະ ສະຖາບັນພັດທະນາປະກັນໄພ (KIDI), ສ.ເກົາຫຼີ, ໂດຍການລົງນາມລະຫວ່າງ ທ່ານ ໄພທູນ ທ່ຽງລະໄມ ຫົວໜ້າກົມຄຸ້ມຄອງວິສາຫະກິດລັດລົງທຶນ ແລະ ການປະກັນໄພ ແລະ ທ່ານ ຊາງ ອອນຮໍ ປະທານສະຖາບັນພັດທະນາປະກັນໄພ (KIDI), ສ.ເກົາຫຼີ ໃຫ້ກຽດເປັນສັກຂີພະຍານຈາກຫ້ອງການກະຊວງການເງິນ, ສະມາຄົມປະກັນໄພແຫ່ງ ສປປ ລາວ ແລະ ບັນດາບໍລິສັດ ປະກັນໄພ ເຂົ້າຮ່ວມທັງໝົດ 26 ບໍລິສັດ.

        ຈຸດປະສົງຂອງການເຊັນບົດບັນທຶກຄວາມເຂົ້າໃຈສະບັບນີ້, ແມ່ນເພື່ອເປັນພື້ນຖານໃຫ້ແກ່ ກົມ ຄລປ-SOEI ແລະ ສະຖາບັນພັດທະນາປະກັນໄພ (KIDI), ສ.ເກົາຫຼີ ໃນການຊ່ວຍເຫລືອເຊິ່ງກັນ ແລະ ກັນ ໂດຍຜ່ານການແລກປ່ຽນຂໍ້ມູນຂ່າວສານ ແລະ ການຊ່ວຍເຫຼືອດ້ານວິຊາການ ເພື່ອອໍານວຍຄວາມສະດວກ ໃຫ້ແກ່ການພັດທະນາອຸດສາຫະກຳ ປະກັນໄພ ໃຫ້ສອດຄ່ອງ ຕາມກົດໝາຍ, ລະບຽບການ ແລະ ຂໍ້ກຳນົດ ຂອງ ສປປ ລາວ ແລະ ສ. ເກົາຫຼີ.

        ສໍາລັບຂອບເຂດການຮ່ວມມືຂອງ 02 ພາກສ່ວນແມ່ນສາມາດສະເໜີໃຫ້ການສະໜັບສະໜູນ ເຊິ່ງກັນ ແລະ ກັນ ໂດຍຜ່ານການຊ່ວຍເຫຼືອຫຼາຍດ້ານ, ການສ້າງຄວາມອາດສາມາດທີ່ຕິດພັນກັບການແລກປ່ຽນປະສົບ ການຕ້ານການປະກັນໄພ, ລະບຽບການ ແລະ ຂໍ້ກຳນົດຕ່າງໆ ໃນເບື້ອງຕົ້ນ, ທັງສອງຝ່າຍຈະຮ່ວມກັນໃນການຊ່ວຍເຫຼືອຊຶ່ງກັນ ແລະ ກັນເພື່ອໃຫ້ມີປະໂຫຍດດ້ານການພັດທະນາການຮ່ວມມືໃນການພົບປະແລກປ່ຽນບົດຮຽນທາງດ້ານວິຊາການ; ເປັນເຈົ້າການໃນການຈັດກອງປະຊຸມ, ສຳມະນາ ແລະ ເຫດການສໍາຄັນຕ່າງໆ, ແລກປ່ຽນໃນການປັບປຸງຂໍ້ມູນໃນຂົງເຂດທີ່ກ່ຽວຂ້ອງ; ວຽກງານອື່ນໆທີ່ມີຄວາມກ່ຽວຂ້ອງກັບທັງສອງຝ່າຍ.

        ພ້ອມນັ້ນ, ການເຊັນບົດບັນທຶກຄວາມເຂົ້າໃຈສະບັບນີ້, ຈະຊ່ວຍໃຫ້ທັງສອງຝ່າຍ ຮັກສາສະຖຽນລະພາບ ຂອງຕະຫຼາດປະກັນໄພ ໃຫ້ມີ ປະສິດທິພາບ, ຍຸຕິທຳ, ປອດໄພ ແລະ ໝັ້ນຄົງ ທັງນີ້ກໍ່ເພື່ອແນ່ໃສ່ການຄຸ້ມຄອງຜົນປະໂຫຍດ ແລະ ປົກປ້ອງ ຜູ້ຊື້ປະກັນໄພ, ຜູ້ໄດ້ຮັບການປະກັນໄພ, ຜູ້ໄດ້ຮັບຜົນປະໂຫຍດ, ຜູ້ປະກັນໄພ ແລະ ພາກສ່ວນກ່ຽວຂ້ອງອື່ນໆ ໃນອຸດ ສາຫະກຳປະກັນໄພ ໂດຍການສະຫນອງຂອບການຮ່ວມມື.

© 2025 Copyright: ກະຊວງການເງິນ, ສປປ ລາວ