ໃນລະຫວ່າງວັນທີ 27-28 ກຸມພາ 2025 ທີ່ແຂວງວຽງຈັນ ໄດ້ມີການດຳເນີນກອງປະຊຸມເຜີຍແຜ່ສາລະບານບັນຊີ-ງົບປະມານ ສະບັບປັບປຸງ ໂດຍການເປັນປະທານ ຂອງທ່ານ ນາງ ດາວອນ ທອງຈັນ ຫົວໜ້າກົມຄຸ້ມຄອງການບັນຊີ ມີຜູ້ຕາງໜ້າຈາກບັນດາກະຊວງ, ອົງການທຽບເທົ່າ ຕາງໜ້າຈາກກົມກ່ຽວຂ້ອງກະຊວງການເງິນ ມີຄະນະຊີ້ນໍາລວມ ແລະ ຄະນະວິຊາການ ຄົ້ນຄວ້າ ເລກລະຫັດ ແລະ ເນື້ອໃນ ສາລະບານບັນຊີງົບປະມານ ຕາມຂໍ້ຕົກລົງ 1511/ກງ ພ້ອມທັງ ຊ່ຽວຊານ ທີ່ຕາງໜ້າຈາກ ຫ້ອງການທະນາຄານໂລກເຂົ້າຮ່ວມ. ໂອກາດນີ້ ທ່ານ ນາງ ດາວອນ ທອງຈັນ ໄດ້ມີຄຳເຫັນວ່າ: ກອງປະຊຸມ ການເຜີຍແຜ່ ສາລະ ບານບັນຊີ-ງົບປະມານ ສະບັບປັບປຸງ ໃນຄັ້ງນີ້, ໄດ້ຖືກຮັບຮອງດ້ວຍ ຂໍ້ຕົກລົງ ຂອງທ່ານ ລັດຖະມົນ ຕີກະຊວງການເງິນ ສະບັບເລກທີ 4432/ກງ, ລົງວັນທີ 09 ທັນ ວາ 2025 ແລະ ຈະຕ້ອງ ໄດ້ເຜີຍ ແຜ່ນໍາໃຊ້ ສໍາລັບການສ້າງແຜນງົບປະມານສົກປີ 2026 ແລະ ບັນທຶກ ຕິດຕາມ ການປະຕິບັດແຜນງົບປະມານດັ່ງກ່າວ.ນໍາສະເໜີ ກ່ຽວກັບ ສາລະບານບັນຊີ-ງົບປະມານ ສະບັບປັບປຸງ ທັງ 07 ອົງປະກອບ ແລະ ເຜີຍແຜ່ ຄໍາແນະນໍາ ວ່າດ້ວຍການຈັດຕັ້ງປະຕິບັດໂຄງສ້າງສາລະບານບັນຊີ-ງົບປະ ມານ. ພ້ອມນັ້ນ, ຄະນະຄົ້ນຄວ້າຈະໄດ້ນໍາສະເໜີ ບັນດາເນື້ອໃນ ເອກະສານ , ຕົວຢ່າງ ການສ້າງແຜນງົບປະມານ, ການສັ່ງຈ່າຍ, ການຂໍຖອນເງິນງົບປະມານ ແລະ ການບັນທຶກ ຈົດກ່າຍທາງດ້ານບັນຊີ ເພື່ອຕິດຕາມການເຄື່ອນໄຫວລາຍຈ່າຍງົບປະມານດັ່ງກ່າວ ແລະ ເປັນຂໍ້ມູນໃນການຄຸ້ມຄອງການເງິນ ແຫ່ງລັດ ໃຫ້ມີປະສິດທິຜົນດີຂຶ້ນ. ຄະນະດັ່ງກ່າວໄດ້ໃຊ້ເວລາ ຄົ້ນຄວ້າ ຫຼາຍປີສົມຄວນ ຮ່ວມກັບ ຊ່ຽວຊານຕ່າງປະເທດ ຈາກທະນາຄານໂລກ ແລະ ກອງທຶນການເງິນສາກົນ ແລະ ພາກ ສ່ວນກ່ຽວຂ້ອງ ເພື່ອໃຫ້ ສາມາດຮອງຮັບ ການປະຕິບັດຕາມມາດຕະຖານສາກົນດ້ານການບັນຊີແຫ່ງລັດ, ຕາມມາດຕະ ຖານສາກົນດ້ານ ສະຖິຕິການເງິນຂອງລັດຖະບານ ໃນການພັດທະນາຕໍ່ໜ້າທີ່ ລວມມີການຫັນເປັນທັນສະໄໝ) ລະບົບຄຸ້ມຄອງຂໍ້ມູນຂ່າວສານການເງິນແຫ່ງລັດ, ເຮັດໃຫ້ພວກເຮົາສາມາດ ສ້າງບົດລາຍງານໃຫ້ໄດ້ທັນການ ເພື່ອຮັບໃຊ້ການຄຸ້ມຄອງການເງິນ-ງົບປະມານ ໃຫ້ມີປະສິດທິຜົນຍິ່ງຂຶ້ນ. ສະນັ້ນ, ຂອດການເຜີຍແຜ່ ສາ ລະບານບັນຊີ-ງົບປະມານ ສະບັບປັບປຸງ ຈຶ່ງເປັນຂອດສໍາຄັນ ເພື່ອເຮັດໃຫ້ບັນດາຫົວໜ່ວຍງົບປະມານ ເຂົ້າໃຈ ແລະ ບຸກທະລຸ ໃນການນໍາໃຊ້ສາລະ ບານບັນຊີ-ງົບປະມານ ໃນການສ້າງ, ປະຕິບັດ ແຜນງົບ ປະມານແຫ່ງລັດ ແລະ ໃນການຖື ບັນຊີຂອງຫົວໜ່ວຍຕົນ ໃຫ້ສອດຄ່ອງ ຢ່າງມີປະສິດທິຜົນ. ໃນວາລະກອງປະຊຸມ ໄດ້ຮັບຟັງການສະເໜີ ຮ່າງ ຄໍາແນະນໍາ ວ່າດ້ວຍການຈັດຕັ້ງປະຕິບັດໂຄງສ້າງສາລະບານບັນຊີ-ງົບປະມານ, ໂຄງ ສ້າງຂອງສາລະບານ ຊຶ່ງລວມມີ 7 ອົງປະກອບ ແລະ ຕາຕະລາງ ສົມທຽບ ລະຫວ່າງ ສາລະບານເກົ່າ ແລະ ໃໝ່; ການສະເໜີ ຮ່າງ ຕາຕະລາງ ສ້າງແຜນງົບປະມານແຫ່ງລັດ ພ້ອມດ້ວຍຕົວຢ່າງຂອງຫ້ອງການກະຊວງການເງິນ, ຮ່າງ ແຈ້ງຂອບແຜນໄລຍະກາງ ແລະ ຕາຕະລາງເອັກເຊວທົດລອງສ້າງແຜນ; ການສະເໜີ ຮ່າງ ລະບຽບການຄຸ້ມຄອງການເບີກຈ່າຍງົບປະ ມານແຫ່ງລັດ; ການສະເໜີ ລະບົບ ຄຸ້ມຄອງຂໍ້ມູນຂ່າວສານການເງິນ ແຫ່ງລັດ (ລະບົບປັບປຸງ); ການສະເໜີ ສາລະບານລາຍຮັບ ງົບປະມານແຫ່ງລັດ ແລະ ຕາຕະລາງສົມທຽບ ລະຫວ່າງສາລະບານ ເກົ່າ ແລະ ໃໝ່. ພ້ອມທັງໄດ້ເປີດກວ້າງໃຫ້ຜູ້ເຂົ້າຮ່ວມ ແລກປ່ຽນຄຳຄິດເຫັນ ບົດຮຽນປະສົບການຕົວຈິງຮ່ວມກັນຢ່າງກົງໄປ ກົງມາ ແລະ ໄດ້ມີການ ບົດຝຶກຫັດຕົວຢ່າງ ຕົວຈິງ ຕາມສາລາບານ ທີ່ໄດ້ເຜີຍແຜ່ດັ່ງກ່າວນີ້ ເພື່ອເຮັດໃຫ້ຜູ້ເຂົ້າຮ່ວມສາມາດເຂົ້າໃຈແຈ້ງ ສາມາດນຳໄປຈັດຕັ້ງປະຕິບັດໄດ້ຢ່າງມີປະສິດ ທິພາບດີຂຶ້ນ.
