ໃນວັນທີ 26 ກຸມພາ 2025 ທີ່ ກົມງົບປະມານແຫ່ງລັດ ໄດ້ຈັດກອງປະຊຸມເຜີຍແຜ່ບັນດາເອກະສານນິຕິກໍາການເຄື່ອນໄຫວວຽກງານພາຍໃນກົມ ໂດຍການເປັນປະທານຂອງ ສະຫາຍ ໜູເຊີຍ ພົມສີຈັນ ຫົວໜ້າກົມງົບປະມານແຫ່ງລັດ ພ້ອມດ້ວຍພະນັກງານ ວິຊາການ ກົມງົບປະມານແຫ່ງລັດ ເຂົ້າຮ່ວມ. ໃນກອງປະຊຸມ ໄດ້ຮັບຟັງການເຜີຍແຜ່ບັນດາເອກະສານນິຕິກຳການເຄື່ອນໄຫວພາຍໃນກົມ ຫຼັງຈາກນັ້ນ, ກໍໄດ້ຜ່ານຂໍ້ຕົກລົງຂອງ ຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ ວ່າດ້ວຍ ການມອບຫຼຽນກາລະນຶກ 65 ປີ ວັນສ້າງຕັ້ງຄະນະຊາວໜຸ່ມ ປະຊາຊົນ ປະຕິວັດລາວ ໃຫ້ແກ່ຊາວໜຸ່ມຂອງກົມ ທີ່ມີຜົນງານດີເດັ່ນ ໃນການ ປະກອບສ່ວນວຽກງານຄະນະຊາວໜຸ່ມ ປະຊາຊົນປະຕິວັດລາວ ໃນ ໄລຍະຜ່ານມາ ທັງໄດ້ຮັບຟັງການປະກາດການຊັບຊ້ອນໝູນວຽນພະນັກງານ ຂັ້ນວິຊາການ ຈຳນວນໜຶ່ງ ອີກດ້ວຍ.
