• ຂ່າວທ້ອງຖິ່ນ
  • |
  • 2025-03-06
  • |
  • ວຽກວິຊາສະເພາະ

      ໃນວັນທີ 06 ມີນາ 2025 ທີ່ແຂວງອຸດົມໄຊ ຄະນະຮັບຜິດຊອບຄົ້ນຄວ້າປັບປຸງຮ່າງກົດໝາຍອາກອນລາຍໄດ້ ໄດ້ຈັດກອງປະຊຸມທາບທາມຮ່າງກົດໝາຍ ວ່າດ້ວຍອາກອນລາຍໄດ້ ສະບັບປັບປຸງ ຂຶ້ນ ໂດຍການເປັນປະທານຂອງທ່ານ ພູວົງ ກິດຕະວົງ ຮອງລັດຖະມົນຕີກະຊວງການເງິນ, ມີຕາງໜ້າຈາກ ຫ້ອງວ່າການປົກຄອງແຂວງ, ເລຂາທິການສະພາ ປະຊາຊົນແຂວງ-ນະຄອນຫຼວງ, ຕາງໜ້າຈາກ ພະແນກແຜນການ ແລະ ການລົງທຶນ, ພະແນກອຸດສາຫະກຳ ແລະ ການຄ້າ, ພະແນກການເງິນ, ສ່ວຍສາອາກອນປະຈຳແຂວງ ທີ່ມາຈາກຈາກ 6 ແຂວງຄື ແຂວງ ອຸດົມໄຊ, ຜົົ້ງສາລີ, ບໍໍ່ແກ້ວ, ຫຼວງນ້ຳທາ, ຫຼວງພະບາງ ແລະ ໄຊຍະບູລີ ແລະ ຄະນະຮັບຜິດຊອບຄົ້ນຄວ້າສ້າງຮ່າງກົດໝາຍ ເຂົ້າຮ່ວມ.

            ໃນກອງປະຊຸມ ທ່ານ ພູວົງ ກິດຕະວົງ ຮອງລັດຖະມົນຕີກະຊວງການເງິນ ໄດ້ມີຄໍາເຫັນກ່າວເປີດກອງປະຊຸມ ໂດຍໃຫ້ຮູ້ວ່າ: ກອງປະຊຸມໃນຄັ້ງນີ້ ແມ່ນເພື່ອທາບທາມ ແລະ ຮັບຟັງຄຳຄິດຄຳເຫັນຈາກພາກລັດ ແລະ ເອກະຊົນ ຕໍ່ເນື້ອໃນຮ່າງ ກົດໝາຍວ່າດ້ວຍ ອາກອນລາຍໄດ້ ສະບັບປັບປຸງ; ທັງໃຫ້ເຫັນໄດ້ຄວາມໝາຍຄວາມສໍາຄັນ ແລະ ຄວາມຈໍາເປັນໃນການປັບປຸງກົດໝາຍດັ່ງກ່າວ. ໃນການປັບປຸງຮ່າງກົດໝາຍຄັ້ງນີ້ ແມ່ນໄດ້ຜ່ານການລົງທາບທາມຄຳຄິດຄຳເຫັນແລ້ວ ໃນ 3 ຄັ້ງຜ່ານມາ, ຄະນະຄົ້ນຄວ້າໄດ້ນໍາເອົາຄຳເຫັນຂອງຜູ້ແທນກອງປະຊຸມ, ​ຄຳເຫັນຂອງຊ່ຽວຊານຕ່າງປະເທດ ແລະ ບົດຮຽນບັນດາປະເທດອ້ອມຂ້າງ ມາດັດປັບເຂົ້າໃນຮ່າງກົດໝາຍສະບັບໃໝ່ ເປັນຕົ້ນແມ່ນບົດຮຽນຂອງ ສປ ຈີນ, ສສ ຫວຽດນາມ, ປະເທດໄທ ແລະ ປະເທດຍີ່ປຸ່ນ.

        ພາຍຫຼັງໄດ້ສໍາເລັດກອງປະຊຸມຄົ້ນຄວ້າລົງເລິກ ເປັນແຕ່ລະມາດຕາຂອງກົດໝາຍໃນເບື້ອງຕົ້ນ ເຫັນວ່າຍັງຮັກສາເນື້ອໃນເດີມໄວ້ (ບໍ່ມີການປ່ຽນແປງ) ຈໍານວນ 31 ມາດຕາ; ລົບລ້າງ 1 ມາດຕາຄື ມາດຕາ 76 ມາດຕະການປັບໃໝ ເນື່ອງຈາກຈະໄປສ້າງເປັນດຳລັດວ່າດ້ວຍການປັບໃໝສະເພາະ; ປັບປຸງ ແລະ ຈັດລຽງບາງຄຳເວົ້າ ເພື່ອໃຫ້ເນື້ອໃນຊັດເຈນ ປະກອບມີ 41 ມາດຕາ, ໃນນີ້ຍັງປັບປຸງເນື້ອໃນທີ່ຕິດພັນກັບກົນໄກ ໂດຍໃຫ້ຜູ້ຈ່າຍເງິນເປັນຜູ້ຫັກອາກອນລາຍໄດ້ໄວ້ກ່ອນ ແລະໄດ້ກຳນົດ 2 ມາດຕາ ເພື່ອໃຫ້ກະຊວງການເງິນ ໄດ້ອອກລະບຽບການສະເພາະ. ສະນັ້ນ, ການລົງມາທາບທາມໃນຄັ້ງນີ້ ກໍ່ເພື່ອຮັບຟັງຄໍາຄິດເຫັນຈາກແຕ່ລະພາກສ່ວນ ແລະ ໃນແຕ່ລະທ້ອງຖິ່ນ ທີ່ໄດ້ມີການຈັດຕັ້ງປະຕິບັດວຽກງານຕົວຈິງ ເພື່ອໃຫ້ມີຄວາມຖືກຕ້ອງ ແລະ ສອດຄ່ອງ. 

        ພ້ອມກັນນັ້ນ, ປະທານກອງປະຊຸມ ຍັງໄດ້ມີຄໍາເຫັນເຈາະຈີ້ມ ເພື່ອເປັນທິດທາງໃຫ້ຜູ້ເຂົ້າຮ່ວມປະກອບຄໍາຄິດຄໍາເຫັນຖືກຕ້ອງຕາມຈຸດປະສົງຄາດໝາຍທີ່ກໍານົດໄວ້ ພ້ອມທັງເນັ້ນໃຫ້ຜູ້ເຂົ້າຮ່ວມກອງປະຊຸມສຸມໃສ່ປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ ໂດຍຍົກບັນຫາຄວາມເປັນຈິງທີ່ເກີດຂຶ້ນ ຫຼື ບັນຫາທີ່ພົບເຫັນຢູ່ຂັ້ນທ້ອງຖິ່ນ ລວມທັງຂໍ້ສະດວກ, ຂໍ້ຫຍຸ້ງຍາກ ໃນການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍ ອາກອນລາຍໄດ້ ໃນໄລຍະຜ່ານມາ ຫຼື ບັນດາທ່ານມີຂໍ້ຄິດ, ຂໍ້ສະເໜີແນວໃດ ທີ່ຢາກໃຫ້ມີການປັບປຸງ ກໍ່ສາມາດສະເໜີໄດ້ ແລະ ຄະນະຮັບຜິດຊອບປັບປຸງກົດໝາຍ ຈະນຳໄປພິຈາລະນາ.

© 2025 Copyright: ກະຊວງການເງິນ, ສປປ ລາວ