ໃນວັນທີ 4 ມີນາ 2025, ກົມສ່ວຍສາອາກອນ ໄດ້ຈັດກອງປະຊຸມປຶກສາຫາລືແລກປ່ຽນບົດຮຽນ ການປະເມີນຄືນການຈັດຕັ້ງປະຕິບັດ ຫົວໜ່ວຍຜູ້ພັດທະນາໂປແກຣມບັນຊີ ທີ່ພົວພັນກັບການເຊື່ອມຕໍ່ໃບເກັບເງິນ ໃນລະບົບ TaxRis ຮ່ວມກັບ 17 ບໍລິສັດທີ່ເປັນຜູ້ສະໜອງເຄື່ອງບັນທຶກການຂາຍສິນຄ້າ-ການບໍລິການ ແລະ ໂປແກຣມບັນຊີ ໃນຮູບແບບທີ່ກະຊວງການເງິນກຳນົດ.ໂດຍການເປັນປະທານ ຂອງທ່ານ ບຸນປະເສີດ ສີກຸນລະບຸດ ຫົວໜ້າກົມສ່ວຍສາອາກອນ ມີຄະນະພະແນກກ່ຽວຂ້ອງ ແລະ ຕາງໜ້າຈາກ 17 ບໍລິສັດເຂົ້າຮ່ວມ. ໂດຍ ທ່ານ ບຸນປະເສີດ ສີກຸນລະບຸດ ໄດ້ຍົກໃຫ້ເຫັນຄວາມໝາຍຄວາມສຳ ຄັນ ແລະ ຄວາມເປັນມາຂອງການປະເມີນວຽກງານດັ່ງກ່າວ ໃນການເຄື່ອນ ໄຫວທຸລະກິດໃນໄລຍະຜ່ານມາ ເພື່ອຫັນການບັນຊີດັ່ງກ່າວເຂົ້າສູ່ລະບົບທັນສະໄໝ ສະນັ້ນຫຼາຍບໍລິ ສັດກໍ່ໄດ້ພັດທະນາລະ ບົບໂປແກຣມ ຕິດພັນກັບເຄື່ອງບັນທຶກການຂາຍ ບາງບໍລິສັດ ກໍ່ພັດທະນາໂປແກຣມບັນຊີ , ພັດທະນາໃບເກັບເງິນ ທັງໝົດນີ້ກໍ່ແມ່ນເພື່ອ ປະເມີນຄືນ ບັນດາລະບົບດັ່ງກ່າວ ວ່າຍັງມີຈຸດໃດ ທີ່ຄວນແກ້ໄຂປັບປຸງຕື່ມອີກ ເພາະໃນໄລຍະຜ່ານມາ ເຫັນວ່າ ມີບາງຫົວໜ່ວຍ ທີ່ຕິດຕັ້ງລະ ບົບແລ້ວ ແຕ່ຜ່ານການຕິດຕາມກວດກາຢູ່ຖານຂໍ້ມູນໃຫຍ່ ແມ່ນບໍ່ມີການເຄື່ອນໄຫວ ບາງຫົວໜ່ວຍບໍ່ມີການນຳໃຊ້ລະບົບ ທີ່ກະຊວງການເງິນກຳນົດໃຫ້ ແລະ ບັນຫາອື່ນໆ. ສະນັ້ນກອງປະຊຸມໃນຄັ້ງນີ້ ແມ່ນມີຄວາມສຳຄັນທີ່ສຸດ ໃນການແລກປ່ຽນບົດຮຽນປະສົບການຮ່ວມກັນ ຈຶ່ງຮຽກຮ້ອງບັນດາບໍລິ ສັດ ໃຫ້ມີການແລກປ່ຽນບົດຮຽນປະສົບການ ໃນຖານະຜູ້ພັດທະນາລະບົບດັ່ງກ່າວ ເພື່ອຮ່ວມກັນຊອກຫາຊ່ອງທາງກົນໄກການແກ້ໄຂປັບປຸງການ ນຳໃຊ້ລະບົບດັ່ງກ່າວ ໃຫ້ຖືກຕ້ອງສອດຄ່ອງ ຕາມລະບຽບ ກົດໝາຍຂອງວຽກງານດັ່ງກ່າວ ໂດຍສະເພາະເພື່ອແນໃສ່ເຮັດໃຫ້ ວຽກງານການນຳໃຊ້ໃບເກັບເງິນອາກອນ ໃນລະບົບ TaxRis ມີຄວາມຄ່ອງຕົວ ມີຄວາມເອກະພາບກັນ ຕາມເງື່ອນໄຂກະຊວງການເງິນວາງໄວ້. ໃນວາລະກອງປະຊຸມ ໄດ້ມີການຜ່ານ ຂໍ້ຕົກລົງ ລັດຖະມົນຕີກະຊວງການເງິນ ສະບັບເລກທີ 0433/ກງ, ລົງວັນທີ 18 ກຸມພາ 2025 ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບ ການປະເມີນຜົນການປະເມີນຄືນການຈັດຕັ້ງປະຕິບັດ ຫົວໜ່ວຍຜູ້ພັດທະນາ ພັດທະນາໂປແກຣມບັນຊີ ທີ່ພົວພັນກັບການເຊື່ອມຕໍ່ໃບເກັບເງິນ ໃນລະບົບ TaxRis; ຮັບຟັງການຜ່ານ ຮ່າງໃບປະເມີນຜົນ ບໍລິສັດຜູ້ພັດທະ ນາລະບົບໂປແກຣມບັນຊີ ທີ່ພົວພັນກັບການເຊື່ອມຕໍ່ໃບເກັບເງິນໃນລະບົບ TaxRis. ພ້ອມນັ້ນກໍໄດ້ເປີດໂອກາດ ໃຫ້ຜູ້ເຂົ້າຮ່ວມ ປະກອບຄຳຄິດເຫັນ ຮ່ວມກັນຢ່າງກົງໄປ ກົງມາ ຕາມຄຳຖາມເຈາະຈີ້ມໃນທີ່ປະຊຸມ.
