• ກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ
  • |
  • 2025-03-07
  • |
  • ວຽກວິຊາສະເພາະ

        ໃນວັນທີ 04 ມີນາ 2025 ໄດ້ມີພິທີປະກາດການຈັດຕັ້ງ ພະນັກງານ-ລັດຖະກອນ ຂຶ້ນ ໂດຍການເປັນປະທານຂອງ ທ່ານ ວິໄລທອງ ສຸດທະວິໄລ ຫົວໜ້າກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ, ມີຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ພ້ອມດ້ວຍພະນັກງານ-ລັດຖະກອນ ພາຍໃນກົມ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ. 

          ໃນພິທີໄດ້ຜ່ານຂໍ້ຕົກລົງ ຂອງລັດຖະມົນຕີກະຊວງການເງິນ ສະບັບເລກທີ 0520/ກງ, ລົງວັນທີ 26 ກຸມພາ 2025 ເຊິ່ງໄດ້ຕົກລົງ ແຕ່ງຕັ້ງ ທ່ານ ພອນໄຊ ພົມມະສານ ເປັນວ່າການແທນ ຫົວໜ້າພະແນກພັດທະນາລະບົບ ແລະ ຝຶກອົບຮົມ, ແຕ່ງຕັ້ງ ທ່ານ ສີສົມພອນ ໄຊຍະສິດ ເປັນຫົວໜ້າພະແນກຄຸ້ມຄອງຖານຂໍ້ມູນ ແລະ ວິເຄາະ-ວິໄຈຂໍ້ມູນ; ຍົກຍ້າຍ ແລະ ແຕ່ງຕັ້ງ ທ່ານ ມະນີວົງ ອໍາພອນພົງ ເປັນຮອງຫົວໜ້າພະແນກຄຸ້ມຄອງຖານຂໍ້ມູນ ແລະ ວິເຄາະ-ວິໄຈຂໍ້ມູນ; ແຕ່ງຕັ້ງ ທ່ານ ພຸດທະວົງ ໄຊຍະສິດ ເປັນຫົວໜ້າພະແນກຄຸ້ມຄອງລະບົບພື້ນຖານໂຄງລ່າງ ແລະ ເຄື່ອຂ່າຍ; ແຕ່ງຕັ້ງ ທ່ານ ພຸດທິສັກ ມິ່ງບຸບຜາ ເປັນຮອງຫົວໜ້າພະແນກຄຸ້ມຄອງລະບົບພື້ນຖານໂຄງລ່າງ ແລະ ເຄື່ອຂ່າຍ; ຍົກຍ້າຍ ແລະ ແຕ່ງຕັ້ງ ທ່ານ ຄໍາຫຼ້າ ຈັນດາລາ ເປັນຫົວໜ້າພະແນກກວດສອບລະບົບ ແລະ ຄຸ້ມຄອງຄວາມປອດໄພຂໍ້ມູນ; ແຕ່ງຕັ້ງ ທ່ານ ວັນນະຫົງ ອຸມາວົງ ແລະ ທ່ານ ນາງ ບັງອອນ ວໍລະສານ ເປັນຮອງຫົວໜ້າພະແນກກວດສອບ ລະບົບ ແລະ ຄຸ້ມຄອງຄວາມປອດໄພຂໍ້ມູນ; ຍົກຍ້າຍ ແລະ ແຕ່ງຕັ້ງ ທ່ານ ນາງ ທອງວິນ ສີຫາຈັກ ເປັນຫົວໜ້າສູນຄຸ້ມຄອງລະບົບເຕັກໂນໂລຊີຂໍ້ມູນຂ່າວສານການເງິນ; ແຕ່ງຕັ້ງ ທ່ານ ພອນສະໄໝ ບັນນະວົງ, ທ່ານ ແອໃຫຍ່ ດວງພິລາ ແລະ ທ່ານ ວິນະສັກ ວົງແສງທອງ ເປັນຮອງຫົວໜ້າສູນຄຸ້ມຄອງລະບົບເຕັກໂນໂລຊີຂໍ້ມູນຂ່າວສານການເງິນ.

        ການຕົກລົງແຕ່ງຕັ້ງດັ່ງກ່າວ ເພື່ອປະກອບເຂົ້າໃນກົງຈັກການຈັດຕັ້ງຂອງກົມ ໃຫ້ມີຄວາມແທດເໝາະກັບຄວາມຮູ້ຄວາມສາມາດຕົວຈິງຂອງພະນັກງານ ແລະ ເຮັດໃຫ້ວຽກງານມີທ່າຫັນປ່ຽນທີ່ດີຂຶ້ນ, ສອດຄ່ອງກັບການປະຕິບັດວຽກງານຕົວຈິງ. ພ້ອມກັນນັ້ນ, ໃນກອງປະຊຸມ ຍັງໄດ້ມີການຜ່ານຂໍ້ຕົກລົງ ວ່າດ້ວຍການແບ່ງຄວາມຮັບຜິດຊອບ ພາຍໃນຄະນະກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ ແລະ ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງ, ຊັບຊ້ອນໝູນວຽນພະນັກງານວິຊາການ ປະກອບໃສ່ແຕ່ລະພະແນກ ແລະ ສູນພາຍໃນກົມ. 

        ຈາກນັ້ນ, ທ່ານ ວິໄລທອງ ສຸດທະວິໄລ ຍັງໄດ້ໃຫ້ກຽດໂອ້ລົມເພື່ອເປັນທິດທາງ ໃນການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າເພື່ອໃຫ້ມີຜົນສໍາເລັດເປັນກ້າວໆ ທັງໃຫ້ເຫັນໄດ້ບັນດາໜ້າວຽກທີ່ຈະຕ້ອງໄດ້ພ້ອມກັນບຸກທະລຸ ແລະ ຕ້ອງສຸມໃສ່ຈັດຕັ້ງປະຕິບັດໃຫ້ສໍາເລັດໃນຕໍ່ໜ້າ ພ້ອມທັງເນັ້ນໃຫ້ພະນັກງານທີ່ໄດ້ຮັບການແຕ່ງຕັ້ງຮັບໜ້າທີ່ໃໝ່ໃນຄັ້ງນີ້ ແລະ ພະນັກງານ-ລັດຖະກອນ ທັງໝົດພ້ອມກັນສຸມທຸກສະຕິປັນຍາ ຮ່ວມແຮງຮ່ວມໃຈກັນພັດທະນາວຽກງານໄປເລື້ອຍໆ ແນໃສ່ການອອກແບບ, ພັດທະນາ ແລະ ຄຸ້ມຄອງລະບົບຂໍ້ມູນຂ່າວສານການເງິນ ປະກອບສ່ວນເຂົ້າໃນການຫັນເປັນທັນສະໄໝຂອງຂະແໜງການເງິນຢ່າງມີປະສິດທິພາບ.

 

© 2025 Copyright: ກະຊວງການເງິນ, ສປປ ລາວ