• ກົມພາສີ
  • |
  • 2025-03-07
  • |
  • ວຽກຮ່ວມມື

        ໃນວັນທີ 04 ມີນາ 2025 ກົມພາສີ ກະຊວງການເງິນ ຮ່ວມກັບ ອົງການໄຈກ້າ, ໄດ້ຈັດກອງປະຊຸມແລກປ່ຽນບົດຮຽນໃນວຽກງານການແຈ້ງພາສີ ດ້ວຍການບໍລິຫານຄວາມສ່ຽງ ພາຍໃຕ້ໂຄງການເສີມສ້າງປະສິດທິພາບດ້ານພາສີເພື່ອຂະຫຍາຍການເຊື່ອມໂຍງໃນຂົງເຂດລຸ່ມແມ່ນໍ້າຂອງ, ໂດຍການເປັນປະທານຂອງ ທ່ານ ວົງວັນເພັງ ພູມສະຫວັນ ຮອງຫົວໜ້າກົມພາສີ ກະຊວງການເງິນ ທ່ານ ຄຸລິຕະ ໂນໂບລຸ, ຊ່ຽວຊານໄຈກ້າປະຈໍາກົມພາສີ, ເຈົ້າໜ້າທີ່ອາວຸໂສວິເຄາະຂ່າວກອງ, ສູນຂໍ້ມູນຂ່າວກອງ ແລະ ກຳນົດເປົ້າໝາຍແຫ່ງຊາດ (NITC), ກົມພາສີຍີ່ປຸ່ນ (CTB), ບັນດາຫົວໜ້າພະແນກ, ຮອງພະແນກ, ຫົວໜ້າພາສີປະຈໍາແຂວງ, ຮອງຫົວໜ້າພາສີປະຈໍາແຂວງ, ຄະນະດ່ານ ແລະ ຫົວໜ້າຂະແໜງ ທີ່ກ່ຽວຂ້ອງເຂົ້າຮ່ວມ.

        ໂອກາດດັ່ງກ່າວ, ທ່ານ ວົງວັນເພັງ ພູມສະຫວັນ ໄດ້ມີຄໍາເຫັນກ່າວເປີດກອງປະຊຸມ ໂດຍທ່ານໃຫ້ຮູ້ວ່າ: ກອງປະຊຸມໃນຄັ້ງນີ້ ແມ່ນເພື່ອປຶກສາຫາລືໃນ 02 ໜ້າວຽກງານຫຼັກທີ່ຕິດພັນກັບກົມພາສີລາວ ເຊັ່ນ: ການນໍາໃຊ້ ລະບົບຄຸ້ມຄອງຂໍ້ມູນປະຫວັດຄ່າຄວາມສ່ຽງ (SCS) ທີ່ໄດ້ຈັດຕັ້ງປະຕິບັດໃນໄລຍະຜ່ານມາ ໂດຍອີງຕາມແຈ້ງການຂອງກົມພາສີ ສະບັບເລກທີ 11311/ກພສ, ລົງວັນທີ 25 ກັນຍາ 2024 ວ່າດ້ວຍ ການນໍາໃຊ້ລະບົບຄຸ້ມຄອງຂໍ້ມູນປະຫວັດຄ່າຄວາມສ່ຽງຂອງລັດຖະການພາສີ (Selectivity Criteria Management System, SCS) ຢູ່ດ່ານພາສີຊາຍແດນທົ່ວປະເທດ ແລະ ການສ້າງຮ່າງ ຄູ່ມືການຈັດຕັ້ງປະຕິບັດວຽກງານບໍລິຫານຄວາມສ່ຽງໃຫ້ແກ່ເຈົ້າໜ້າທີ່ພາສີ ໂດຍການເຮັດວຽກຮ່ວມກັນຢ່າງໃກ້ຊິດລະຫວ່າງກົມພາສີ ແລະ ຊ່ຽວຊານໄຈກ້າປະຈໍາກົມພາສີ. ພ້ອມດຽວກັນນັ້ນ, ກໍຈະໄດ້ຮັບຟັງການບັນຍາຍ ແລະ ແລກປ່ຽນບົດຮຽນກັບຊ່ຽວຊານກົມພາສີຍີ່ປຸ່ນ ຕໍ່ກັບ ຫຼັກການ, ວິທີການ ແລະ ບັນດາໜ້າວຽກທີ່ສຳຄັນຂອງວຽກງານການບໍລິຫານຄວາມສ່ຽງໃນການແຈ້ງພາສີ ເພື່ອຫຼຸດຜ່ອນຄວາມສ່ຽງໃນການລັກລອບໜີພາສີ ໃນປະເທດຍີ່ປຸ່ນ.     

        ພ້ອມທັງເນັ້ນໃຫ້ຜູ້ເຂົ້າຮ່ວມ ປະກອບຄໍາຄິດຄໍາເຫັນຕໍ່ ຂໍ້ສະດວກ, ຂໍ້ຄົງຄ້າງ ແລະ ຂໍ້ສະເຫນີເພີ່ມເຕີມໃນການນໍາໃຊ້ລະບົບຄຸ້ມຄອງຂໍ້ມູນປະຫວັດຄ່າຄວາມສ່ຽງ (SCS) ເພື່ອເປັນບ່ອນອີງໃນການປັບປຸງ ແລະ ພັດທະນາລະບົບດັ່ງກ່າວໃຫ້ມີຄວາມສະດວກ ແລະ ສອດຄ່ອງຕໍ່ການໃຊ້ງານຕົວຈິງ. ເຊັ່ນດຽວກັບ ຮ່າງ ຄູ່ມື ການຈັດຕັ້ງປະຕິບັດວຽກງານບໍລິຫານຄວາມສ່ຽງ ໃຫ້ລະດົມແນວຄວາມຄິດຕໍ່ຮ່າງດັ່ງກ່າວ ເພື່ອໃຫ້ມີຄວາມຄົບຖ້ວນສົມບູນຍິ່ງຂຶ້ນ ໃນການຈັດຕັ້ງປະຕິບັດຕົວຈິງ ແລະ ຖອດຖອນບົດຮຽນກັບຊ່ຽວຊານຈາກກົມພາສີຍີ່ປຸ່ນໃຫ້ຫຼາຍທີ່ສຸດ ເພື່ອເອົາມາປັບໃຊ້ໃຫ້ແທດເໝາະກັບໃນຂອບເຂດຄວາມຮັບຜິດຊອບຂອງຕົນ. 

© 2025 Copyright: ກະຊວງການເງິນ, ສປປ ລາວ