• ກົມການເງິນຕ່າງປະເທດ
  • |
  • 2025-03-07
  • |
  • ວຽກຮ່ວມມື

        ໃນຕອນບ່າຍວັນທີ 4 ມີນາ 2025 ທີ່ກະຊວງການເງິນ, ທ່ານ ສັນຕິພາບ ພົມວິຫານ, ລັດ ຖະມົນຕີກະຊວງການເງິນ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ອາເລັກຊານເດີ ເຄຣເມີ, ຫົວໜ້າຫ້ອງການທະນາຄານໂລກ ປະຈຳ ສປປ ລາວ ແລະ ທ່ານ ມາກ ອັງເດຣ ໂພຣສ, ຫົວໜ້າຫ້ອງການອົງການອາຫານໂລກ ປະຈຳ ສປປ ລາວ ພ້ອມດ້ວຍຄະນະເຂົ້າຮ່ວມ.

        ການເຂົ້າຢ້ຽມຢາມຄັ້ງນີ້ກໍ່ແມ່ນເພື່ອປຶກສາຫາລື ກ່ຽວກັບ ການນຳໃຊ້ເງິນຈາກສິນປະກັນໄພ SEADRIF ທີ່ ສປປ ລາວ ຮັບຈຳນວນ 3 ລ້ານໂດລາ ສຫລ ໃນເດືອນຕຸລາ 2024 ແລະ ທິດທາງຕໍ່ໜ້າ. ເນື່ອງຈາກວ່າ ສິນປະກັນໄພ ທີ່ ສປປ ລາວ ໄດ້ຮັບນີ້ ແມ່ນຈຳນວນບໍ່ຫຼາຍ ເມື່ອທຽບໃສ່ຜົນກະທົບທີ່ເກີດຂຶ້ນ ແລະ ຄວາມຕ້ອງການດ້ານທຶນຮອນໃນການຕອບໂຕ້ສຸກເສີນ ແລະ ຟື້ນຟູຈາກໄພພິບັດໃນທ້າຍປີຜ່ານມາ.

        ຢ່າງໃດກໍ່ຕາມ, ທະນາຄານໂລກ ເຫັນວ່າ ນອກຈາກການແກ້ໄຂໂຄງລ່າງພື້ນຖານແລ້ວ ອາດຈະນຳໃຊ້ສິນປະກັນໄພດັ່ງກ່າວ ເຂົ້າໃນການຊ່ວຍ ເຫຼືອຜູ້ໄດ້ຮັບຜົນກະທົບຈາກໄພພິບັດ ເພື່ອຊ່ວຍໃຫ້ເຂົາເຈົ້າສາມາດຟື້ນຟູຊີວິດການເປັນຢູ່ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ. 

        ພ້ອມດຽວກັນນີ້, ອົງການອາຫານໂລກ ກໍ່ສະ ແດງເຈດຈຳນົງຈະໃຫ້ການຊ່ວຍເຫຼືອ ສປປ ລາວ ຜ່ານກົນໄກການປະກັນໄພ SEADRIF ເພື່ອສະໜັບສະໜູນລະບົບການໂອນເງິນຊ່ວຍເຫຼືອ ຜູ້ໄດ້ຮັບຜົນກະທົບຈາກໄພພິບັດ. 

        ໃນໂອກາດນີ້, ທ່ານລັດຖະມົນຕີ ກໍ່ໄດ້ສະແດງຄວາມຂອບໃຈຕໍ່ທະນາຄານໂລກ ທີ່ໄດ້ໃຫ້ການຊ່ວຍເຫຼືອ ສປປ ໃນໄລຍະຜ່ານມາ ໂດຍສະເພາະ ໂຄງການຄຸ້ມຄອງຄວາມສ່ຽງໄພພິບັດໃນພາກພື້ນອາຊີຕາເວັນອອກ ສ່ຽງໃຕ້ ແລະ ວຽກ SEADRIF, ເຊິ່ງໄດ້ຊ່ວຍໃຫ້ ສປປ ລາວ ມີເຄື່ອງມືການເງິນ ສຳລັບ ໄພພິບັດ ທີ່ເປັນລະບົບຂຶ້ນ ແລະ ຍັງຊ່ວຍໃຫ້ ສປປ ລາວ ໄດ້ຮັບສິນປະກັນໄພ ລວມທັງໝົດ 4,5 ລ້ານ ໂດລາ ສຫລ. ພ້ອມນີ້, ທ່ານລັດຖະມົນຕີ ຍັງໄດ້ສະແດງຄວາມຂອບໃຈ ແລະ ຍິນດີໃນການຄົ້ນຄວ້າພິຈາລະນາ ການນຳໃຊ້ສິນປະກັນໄພ SEADRIF ທີ່ຍັງເຫຼືອເຂົ້າໃນ ລະບົບການໂອນເງິນຊ່ວຍເຫຼືອ ຜູ້ໄດ້ຮັບຜົນກະທົບຈາກໄພພິບັດ ຕາມການສະເໜີຂອງທະນາຄານໂລກ ແລະ ອົງການອາຫານໂລກ ຫວັງຢ່າງຍິງວ່າ ທັງສອງອົງການ ຈະສືບຕໍ່ໃຫ້ການຊ່ວຍເຫຼືອ ສປປ ລາວ ໃນຕໍ່ໜ້າ ໂດຍສະເພາະການຫຼຸດຜ່ອນ ແລະ ຕອບໂຕ້ ໄພພິບັດ ຢູ່ ສປປ ລາວ. 

© 2025 Copyright: ກະຊວງການເງິນ, ສປປ ລາວ