• ຫ້ອງການ
  • |
  • 2025-03-07
  • |
  • ສາມອົງການຈັດຕັ້ງ

          ຊາວໜຸ່ມກະຊວງການເງິນ ຈັດກອງປະຊຸມ ປະເມີນວຽກງານ 4 ບຸກ ຂອງສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ, ໂດຍການເປັນປະທານ ສະຫາຍ ນາງ ແກ້ວອຸດອນ ແສງມະນີວົງ, ຄະນະບໍລິຫານງານພັກ, ເລຂາທິການ, ຫົວໜ້າຫ້ອງການສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ  ພ້ອມດ້ວຍຄະນະ. ມີຄະນະບໍລິຫານງານຊາວໜຸ່ມກະຊວງການເງິນ ພາກສ່ວນກ່ຽວຂ້ອງ ສອງຝ່າຍເຂົ້າຮ່ວມ. 

          ໂອກາດນີ້ ສະຫາຍ ສົມຈິດ ຄຳມຸງຄຸນ, ເລຂາທິການ ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ , ເລຂາຄະນະບໍລິຫານງານຊາວໜຸ່ມກະຊວງການເງິນ, ຫົວໜ້າຫ້ອງການກະຊວງການເງິນ ໄດ້ຂຶ້ນຜ່ານຮ່າງ ບົດລາຍງານວຽກງານຂະບວນການ ໃນປີ 2023 ຜ່ານມາ.  ໂດຍຍົກໃຫ້ເຫັນຜົນງານການເຄື່ອນໄຫວການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 4 ບຸກ ຊຶ່ງແຕ່ລະໜ່ວຍໄດ້ເປີດຂະບວນການ 4 ບຸກ ຂອງ ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ໂດຍການຈັບມືຮັບຮອງຂໍ້ແຂ່ງຂັນດັ່ງກ່າວ ຊຶ່ງສະແດງອອກໃນແຕ່ລະດ້ານຄື: ດ້ານແນວຄິດ ການເມືອງ; ການຝຶກຝົນຫຼໍ່ຫຼອມ-ຮ່ຳຮຽນ;​ ວຽກງານວິຊາສະເພາະທີ່ພົ້ນເດັ່ນ; ວຽກງານຂະບວນການ ແລະ ຊ່ວຍເຫຼືອສັງຄົມ;​ ດ້ານການປັບປຸງ ແລະ ກໍ່ສ້າງການຈັດຕັ້ງ; ດ້ານວິຊາຊີບ ແລະ ສ້າງວຽກເຮັດງານທຳ; ໂດຍສະເພາະຜົນງານການຈັດຕັ້ງ 9 ມາດຕະຖານ ຂອງຄະນະສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ຊຶ່ງໄດ້ຍົກໃຫ້ເຫັນ ຈຸດອ່ອນຂໍ້ຄົງຄ້າງ, ບົດຮຽນທີ່ຖອດຖອນໄດ້ ແລະ ທິດທາງແຜນການເຄື່ອນໄຫວປີ 2024.

            ໂອກາດດຽວກັນນີ້, ສະຫາຍ ນາງ ແກ້ວອຸດອນ ແສງມະນີວົງ ກໍ່ໄດ້ສະແດງຄວາມຊົມເຊີຍຕໍ່ຄະນະບໍລິຫານງານ ຕະຫຼອດຮອດສະມາຊິກຊາວໜຸ່ມທົ່ວກະຊວງການເງິນ ທີ່ໄດ້ຕັ້ງໜ້າຈັດຕັ້ງປະຕິບັດ ບັນດາຂໍ້ແຂ່ງຂັນ ມາດຖານຕ່າງໆ ຕາມທິດທາງຂອງ ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ຊຶ່ງໃນໄລຍະຜ່ານມາ ວຽກງານຂະບວນການ ຂອງຊາວໜຸ່ມກະຊວງການເງິນ ເຫັນວ່າມີ ມີບັນຍາກາດຟົດຟື້ນມ່ວນຊື່ນ ສົມຄວນ ແຕ່ເຖິງຢ່າງໃດກໍ່ດີ ຮຽກຮ້ອງໃຫ້ ຄະນະບໍລິຫານງານຊາວໜຸ່ມກະຊວງການເງິນ ໃຫ້ເອົາໃຈໃສ່ ໃກ້ຊິດຕິດແທດ ໃນແຕ່ລະແຜນງານ, ໜ້າວຽກ ເພື່ອສາມາດກຳໄດ້ສະພາບທີ່ຍັງບໍ່ມີຄວາມຄ່ອງຕົວ ຂອງວຽກງານ ຂອງສະມາຊິກ ເພື່ອແກ້ໄຂໄດ້ທັນການ. ເຊື່ອໜັ້ນວ່າ ດ້ວຍກຳລັງແຮງ ເງື່ອນໄຂ ຂໍ້ສະດວກ ຫລາຍດ້ານຂອງຊາວໜຸ່ມ ກະ ຊວງການເງິນ ຈະສາມາດຈັດຕັ້ງປະຕິບັດວຽກງານ 4 ບຸກ ແລະ ໜ້າວຽກອື່ນໆໄດ້ຕາມລະດັບຄາດໝາຍ ມາດຖານ ຂອງ ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ວາງອອກໄດ້ດີເປັນກ້າວໆ.

© 2025 Copyright: ກະຊວງການເງິນ, ສປປ ລາວ