ຍິນດີຕ້ອນຮັບສູ່ເວັບຫ້ອງການຈົດທະບຽນການຄໍ້າປະກັນດ້ວຍສັງຫາລິມະຊັບຂອງ ສປປ ລາວ


ຫ້ອງການຈົດທະບຽນການຄ້ຳປະກັນດ້ວຍສັງຫາລິມະຊັບ (ຫ້ອງການຈົດທະບຽນ) ໄດ້ຖືກສ້າງຕັ້ງຂຶ້ນ ໂດຍກະຊວງການເງິນ. ຫ້ອງການຈົດທະບຽນດ້ວຍສັງຫາລິມະຊັບ ດຳເນີນການຈົດທະບຽນດ້ວຍລະບົບ ຄອມພິວເຕີສູນກາງ ທີ່ໃຫ້ບໍລິການທົ່ວ ສປປ ລາວ. ຫ້ອງການຈົດທະບຽນ ອະນຸຍາດໃຫ້ບຸກຄົນ ແລະ ສະຖາບັນຕ່າງໆຈົດທະບຽນການຄ້ຳປະກັນຂອງຕົນ ໃນສັງຫາລິມະຊັບ (ຊັບສິນສ່ວນບຸກຄົນ, ພາຫະນະກົນຈັກ, ບັນຊີສິນຄ້າໃນສາງ, ຫນີ້ທີ່ຕ້ອງຮັບ, ຜົນຜະລິດ ແລະ ອື່ນໆ).

ຕົວຢ່າງ : ຖ້າລົດຈັກຂອງທ່ານໄດ້ນຳເອົາໄປຄ້ຳປະກັນ ກັບສະຖາບັນປ່ອຍເງິນກູ້ ເພື່ອເປັນຫຼັກຊັບຄ້ຳປະກັນ ໃນການແລກປ່ຽນເປັນສິນເຊື່ອ, ຫຼັງຈາກນັ້ນ ລົດຈັກຂອງທ່ານ ຈະກາຍເປັນຫຼັກຊັບຄ້ຳປະກັນ ສຳລັບການກູ້ຢືມເງິນ ຂອງທ່ານ ແລະ ຜູ້ໃຫ້ກູ້ຢືມ ຈະກາຍເປັນເຈົ້າຫນີ້ທີ່ມີຫຼັກຊັບຄ້ຳປະກັນ ແລະ ມີຫຼັກຊັບຄ້ຳປະກັນ ໃນລົດຈັກຂອງທ່ານ. ຫ້ອງການຈົດທະບຽນ ມີຖານຂໍ້ມູນໜຶ່ງເຊີ່ງເປັນບ່ອນທີ່ສາມາດຈົດທະບຽນການຄ້ຳປະກັນ ໃນສັງຫາລິມະຊັບ ແລະ ສາມາດຊອກຄົ້ນຫາ ການຄ້ຳປະກັນ ດ້ວຍສັງຫາລິມມະຊັບໄດ້.

ຂອບເຂດນິຕິກຳທີ່ຕິດພັນການຈົດທະບຽນການຄ້ຳປະກັນດ້ວຍສັງຫາລິມະຊັບມີຫຍັງແດ່?

- ອິງຕາມກົດໝາຍວ່າດ້ວຍການຄ້ຳປະກັນປະຕິບັດສັນຍາສະບັບເລກທີ 06/ສພຊ, ລົງວັນທີ 20 ພຶດສະພາ 2005.

- ອິງຕາມດຳລັດຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການຄ້ຳປະກັນປະຕິບັດສັນຍາສະບັບເລກທີ 0178/ນຍ, ລົງວັນ ທີ 20 ມິຖຸນາ 2011. ວ່າດ້ວຍການຄຸ້ມຄອງ ຫ້ອງການ ແລະ ລະບົບຈົດທະບຽນການຄ້ຳປະກັນ.

ຫ້ອງການຈົດທະບຽນການຄ້ຳປະກັນດ້ວຍສັງຫາລິມະຊັບໃຫ້ຜົນປະໂຫຍດແນວໃດ?

ຄວາມສະດວກສະບາຍ - ຫ້ອງການຈົດທະບຽນ ໄດ້ສະໜອງການເຂົ້າເຖິງຂໍ້ມູນ ແບບທາງໄກຈາກຫ້ອງການ ຫຼື ເຮືອນຂອງທ່ານ. ຍັງສາມາດເຂົ້າເຖິງຂໍ້ມູນໄດ້ ຢູ່ທີ່ກົມຄຸ້ມຄອງຊັບສິນແຫ່ງລັດ ຂອງກະຊວງການເງິນ.

ການເຂົ້າເຖິງຂໍ້ມູນທົ່ວປະເທດ - ຫ້ອງການຈົດທະບຽນອະນຸຍາດ ໃຫ້ລູກຄ້າຂອງຫ້ອງການຈົດທະບຽນ ການຄ້ຳປະກັນ ແລະ ຊອກຄົ້ນຫາແຈ້ງ ການຈົດທະບຽນທັງໝົດ ທີ່ໄດ້ຈົດທະບຽນໃນທົ່ວປະເທດ ດ້ວຍການດຳເນີນການ ໃນຄັ້ງດຽວເທົ່ານັ້ນ.

ການຕອບສະໜອງການບໍລິການ - ສາມາດເຂົ້າເຖີງຫ້ອງການຈົດທະບຽນ ນອກຊົ່ວໂມງລັດຖະການ, ເຊິ່ງຂຶ້ນກັບ ການບໍາລຸງຮັກສາລະບົບ. ໂດຍທົ່ວໄປແລ້ວ, ຫ້ອງການຈົດທະບຽນ ຈະໃຫ້ບໍລິການ 24 ຊົ່ວໂມງ/7ວັນ

ການປ້ອງກັນ - ຫ້ອງການຈົດທະບຽນ ສະຫນອງການເຂົ້າເຖິງ ຂໍ້ມູນຂ່າວສານໄດ້ງ່າຍ ເຊີ່ງປັບປຸງການປ້ອງກັນ ສໍາລັບເຈົ້າໜີ້ ແລະ ລູກໜີ້ ເພື່ອເຮັດໃຫ້ນິຕິກໍາ ມີປະສິດທິພາບ ແລະຄວາມໂປ່ງໃສຫຼາຍຂຶ້ນ.

ຄວາມຖືກຕ້ອງ - ມີການສະໜອງຂໍ້ມູນໂດຍກົງ ໂດຍລູກຄ້າ ຊຶ່ງຮັບປະກັນຄວາມຖືກຕ້ອງ ແລະ ທັນເວລາ, ເຮັດໃຫ້ສາມາດຫຼຸດຜ່ອນ ຄວາມສ່ຽງ ແລະ ມີຄວາມຮັບຜິດຊອບໃນການບໍລິການ.

ສອບຖາມຂໍ້ມູນເພີ່ມຕື່ມ ໃຫ້ເຂົ້າເວັບໄຊຂອງຫ້ອງການຈົດທະບຽນ ຫຼື ຕິດຕໍ່ຫາ ສູນບໍລິການລູກຄ້າ ຂອງຫ້ອງຈົດທະບຽນ ທີ່ເບີໂທ/ແຟັກ: + 856-21 900 905 ຫຼື ໄປທີ່ກົມຄຸ້ມຄອງຊັບສິນຂອງລັດ ຂອງກະຊວງການເງິນທີ່ນະຄອນຫຼວງວຽງຈັນ.

ໂປຣແກຣມເຂົ້າເວັບໄຊ (Internet Web Browser) ທີ່ພວກເຮົາແນະນຳ
  • ພວກເຮົາ ແນະນໍາ ແລະ ສະໜັບສະໜູນ ໃຫ້ນໍາໃຊ້ Internet Explorer (IE) ເວີຊັນ 6.0 ຫຼື ສູງກວ່ານັ້ນ. ນອກຈາກນັ້ນຍັງຈະສາມາດນໍາໃຊ້ Firefox ເວີຊັນ 2.0 ຫຼື ສູງກວ່ານັ້ນ.
  • Browser ຂອງທ່ານຕ້ອງຮັບຮອງ 128 bit.
  • Browser ຂອງທ່ານຕ້ອງໄດ້ກຳນົດເພື່ອໃຫ້ສາມາດຮັບຮອງ Java Script.
  • Browser ຂອງທ່ານຕ້ອງໄດ້ກຳນົດເພື່ອໃຫ້ຍອມຮັບຄຸກກີ (Cookies).
  • Browser ຂອງທ່ານຕ້ອງໄດ້ກຳນົດເພື່ອໃຫ້ຍອມຮັບ POP-Ups.
  • ໂປຣແກຣມເພື່ອອ່ານເອກະສານໃນຮູບແບບ PDF ຕົວຢ່າງ: Adobe® Acrobat® Reader® 4.0 ຫຼື ສູງກວ່ານັ້ນ.