ພວກຂ້າພະເຈົ້າພຽງແຕ່ນໍາໃຊ້ຂໍ້ມູນສ່ວນຕົວນີ້ ເພື່ອຈຸດປະສົງທີ່ກ່ຽວຂ້ອງໂດຍກົງກັບຫນ້າທີ່ ຫຼື ກິດຈະກໍາ ຂອງພວກຂ້າພະເຈົ້າ ໃນການຈົດທະບຽນຄ້ຳປະກັນ.

ພວກຂ້າພະເຈົ້າບໍ່ໄດ້ໃຫ້ຂໍ້ມູນສ່ວນຕົວຂອງບຸກຄົນກັບອົງການຈັດຕັ້ງຂອງລັດຖະບານອື່ນໆ, ອົງການຈັດຕັ້ງພາກ ເອກະຊົນ ຫຼື ບຸກຄົນອື່ນໆ ນອກຈາກໍລະນີໃດໜື່ງທີ່ກຳນົດໃວ້ດັ່ງລຸ່ມນີ້:

  • ບຸກຄົນດັ່ງກ່າວນັ້ນຍິນຍອມໃຫ້ຂໍ້ມູນ
  • ບຸກຄົນດັ່ງກ່າວນັ້ນຄາດຫວັງ, ຫຼື ໄດ້ຖືກແຈ້ງວ່າປະເພດຂອງຂໍ້ມູນດັ່ງກ່າວ ຕາມປົກກະຕິແລ້ວຈະຕ້ອງແຈ້ງຫາບຸກຄົນ ຫຼື ອົງການຈັດຕັ້ງອື່ນໆ
  • ຖ້າບໍ່ດັ່ງນັ້ນ, ຈໍາເປັນຕ້ອງໃດ້ຮັບອະນຸຍາດຕາມກົດຫມາຍ
  • ທັ້ງນີ້ເພື່ອເປັນການປ້ອງກັນ ຫຼື ຫຼຸດຜ່ອນຄວາມສ່ຽງທີ່ຮ້າຍແຮງຕໍ່ກັບຊີວິດ ຫຼື ສຸຂະພາບຂອງບຸກຄົນ, ຫຼື
  • ດ້ວຍເຫດຜົນທີ່ຈໍາເປັນສໍາລັບການບັງຄັບໃຊ້ກົດຫມາຍຂອງຄະດີອາຍາ ຫຼື ກົດຫມາຍວ່າດ້ວຍ ການບັງຄັບໃຊ້ການລົງໂທດດ້ວຍການປັບໄໝ ຫຼື ສໍາລັບການປົກປ້ອງຊັບສິນຂອງປະຊາຊົນ

ຄວາມປອດໄພຂອງຂໍ້ມູນ

ພວກຂ້າພະເຈົ້າຮັບຜິດຊອບໃນການປົກປ້ອງຂໍ້ມູນສ່ວນຕົວນີ້ທີ່ສາມາດສົ່ງຜົນຕໍ່ການສູນເສຍ, ໂດຍສະເພາະແມ່ນການ ເຂົ້າເຖິງຂໍ້ມູນໂດຍບໍ່ໄດ້ຮັບອະນຸຍາດ, ການນໍາໃຊ້, ດັດແກ້ ຫຼື ເປີດເຜີຍ, ແລະ ສະກັດກັ້ນການນຳໃຊ້ຂໍ້ມູນໃນທາງທີໍບໍ່ຖືກຕ້ອງ ອື່ນໆ.

ເມື່ອຂໍ້ມູນສ່ວນຂອງບຸກຄົນທີ່ພວກຂ້າພະເຈົ້າໄດ້ເກັບກໍາມານັ້ນມີບໍ່ຊັດເຈນອີກຕໍ່ໄປແລ້ວ, ພວກຂ້າພະເຈົ້າຈະທໍາລາຍ ຫຼື ລົບລ້າງເພື່ອຄວາມປອດໄພ ແລະ ສອດຄ່ອງກັບນະໂຍບາຍ ການບັນທຶກຂໍ້ມູນຂອງກະຊວງການເງິນ.

ໂປຣແກຣມເຂົ້າເວັບໄຊ (Internet Web Browser) ທີ່ພວກເຮົາແນະນຳ
  • ພວກເຮົາ ແນະນໍາ ແລະ ສະໜັບສະໜູນ ໃຫ້ນໍາໃຊ້ Internet Explorer (IE) ເວີຊັນ 6.0 ຫຼື ສູງກວ່ານັ້ນ. ນອກຈາກນັ້ນຍັງຈະສາມາດນໍາໃຊ້ Firefox ເວີຊັນ 2.0 ຫຼື ສູງກວ່ານັ້ນ.
  • Browser ຂອງທ່ານຕ້ອງຮັບຮອງ 128 bit.
  • Browser ຂອງທ່ານຕ້ອງໄດ້ກຳນົດເພື່ອໃຫ້ສາມາດຮັບຮອງ Java Script.
  • Browser ຂອງທ່ານຕ້ອງໄດ້ກຳນົດເພື່ອໃຫ້ຍອມຮັບຄຸກກີ (Cookies).
  • Browser ຂອງທ່ານຕ້ອງໄດ້ກຳນົດເພື່ອໃຫ້ຍອມຮັບ POP-Ups.
  • ໂປຣແກຣມເພື່ອອ່ານເອກະສານໃນຮູບແບບ PDF ຕົວຢ່າງ: Adobe® Acrobat® Reader® 4.0 ຫຼື ສູງກວ່ານັ້ນ.