ຕາມປົກະຕິແລ້ວ ການເຂົ້າຫາການບໍລິການ ການຈົດທະບຽນດ້ວຍ ການນຳໃຊ້ລະບົບການຈົດທະບຽນແບບອອນໄລ ແມ່ນເລີ່ມຈາກ ວັນຈັນຫາວັນເສົາ ແຕ່ເວລາ 5:00 ໂມງເຊົ້າເຖິງເວລາ 11:00 ໂມງແລງ ແລະ ວັນອາທິດແຕ່ເວລາ 12:00 ໂມງຕອນບ່າຍເຖິງເວລາ 11:00 ໂມງແລງ ຕາມເວລາ ຂອງ ສປປ ລາວ.
ຫ້ອງການຈົດທະບຽນໃຫ້ການບໍລິການແກ່ຜູ້ຕາງໜ້າຂອງລູກຄ້າແຕ່ວັນຈັນຫາວັນສຸກ ເວລາ 8:00 ໂມງເຊົ້າເຖິງເວລາ 12:00 ໂມງຕອນບ່າຍ ແລະ ເວລາ 01:00 ໂມງຕອນບ່າຍເຖິງເວລາ 04:00 ໂມງແລງ ຊຶ່ງເປັນການບໍລິການ ສຳລັບການຮັບຄຳຮ້ອງສະໝັກ ຂອງລູກຄ້າໃໝ່ ແລະ ທຸກໆການປ່ຽນແປງການບໍລິການ ທີ່ລູກຄ້າຕ້ອງການເພື່ອຕັ້ງບັນຊີ.
ສູນໃຫ້ບໍລິການ ການຈົດທະບຽນແກ່ລູກຄ້າ ແມ່ນເປີດໃຫ້ການບໍລິການທາງໂທລະສັບ ເພື່ອສອບຖາມຂໍ້ມູນ ເລີ່ມຈາກ ວັນຈັນ ຫາ ວັນສຸກເວລາ 8:00 ໂມງເຊົ້າເຖິງເວລາ 04:00 ໂມງແລງ.
ການບໍລິການ ຈົດທະບຽນທີ່ສະໜອງໃຫ້ ໂດຍພະນັກງານຈົດທະບຽນ ຈະໄດ້ຮັບການປະຕິບັດ ຕາມຕາຕະລາງ ໃນວັນພັກການ ດັ່ງນີ້ ແລະ ຈະບໍ່ມີການສະໜອງການຊ່ວຍເຫຼືອ. ລະບົບອອນໄລຈະຍັງຄົງສືບຕໍ່ດຳເນີນງານ ຕາມກໍານົດເວລາ ເວັ້ນເສຍແຕ່ແຈ້ງໃຫ້ຊາບ ເປັນຢ່າງອື່ນ.