ການບໍລິການ


ການຈົດທະບຽນການຄ້ຳປະກັນດ້ວຍສັງຫາລິມະຊັບ ແມ່ນການບໍລິການທາງອີເລັກໂຕຼນິກ ເຊິ່ງສະໜອງການຈົດທະບຽນ ໂດຍກົມຄຸ້ມຄອງຊັບສິນຂອງລັດກະຊວງການເງິນ. ການຈົດທະບຽນ ການຄ້ຳປະກັນດ້ວຍສັງຫາລິມະຊັບ ໄດ້ສ້າງຕັ້ງຂື້ນ ເພື່ອອະນຸຍາດໃຫ້ບຸກຄົນ ແລະ ສະຖາບັນຕ່າງໆ ຈົດທະບຽນການຄ້ຳປະກັນ ຂອງຕົນໃນສັງຫາລິມະຊັບ. ຫ້ອງການ ຈົດທະບຽນດ້ວຍສັງຫາລິມມະຊັບ ດຳເນີນການຈົດທະບຽນດ້ວຍລະບົບຄອມພີວເຕີສູນກາງ ທີ່ໃຫ້ບໍລິການ ການຈົດທະບຽນ 7 ວັນ ຕໍ່ອາທິດ. ພະນັກງານຂອງຫ້ອງການຈົດທະບຽນ ສາມາດໃຫ້ຄວາມຊ່ວຍເຫຼືອ ດ້ານວິຊາການເທົ່ານັ້ນ ແລະ ບໍ່ມີຄວາມຮັບຜິດຊອບໃນການຈົດທະບຽນ ຫຼື ການຄົ້ນຫາໃນນາມຂອງລູກຄ້າໄດ້. ຕິດຕໍ່ສອບຖາມ ຂໍ້ມູນເພີ່ມເຕີມກ່ຽວກັບ ການຈົດທະບຽນໄດ້ທີ່ ຫອ້ງການຈົດທະບຽນ ເບີໂທ: (856 21) 900 905.

ໂປຣແກຣມເຂົ້າເວັບໄຊ (Internet Web Browser) ທີ່ພວກເຮົາແນະນຳ
  • ພວກເຮົາ ແນະນໍາ ແລະ ສະໜັບສະໜູນ ໃຫ້ນໍາໃຊ້ Internet Explorer (IE) ເວີຊັນ 6.0 ຫຼື ສູງກວ່ານັ້ນ. ນອກຈາກນັ້ນຍັງຈະສາມາດນໍາໃຊ້ Firefox ເວີຊັນ 2.0 ຫຼື ສູງກວ່ານັ້ນ.
  • Browser ຂອງທ່ານຕ້ອງຮັບຮອງ 128 bit.
  • Browser ຂອງທ່ານຕ້ອງໄດ້ກຳນົດເພື່ອໃຫ້ສາມາດຮັບຮອງ Java Script.
  • Browser ຂອງທ່ານຕ້ອງໄດ້ກຳນົດເພື່ອໃຫ້ຍອມຮັບຄຸກກີ (Cookies).
  • Browser ຂອງທ່ານຕ້ອງໄດ້ກຳນົດເພື່ອໃຫ້ຍອມຮັບ POP-Ups.
  • ໂປຣແກຣມເພື່ອອ່ານເອກະສານໃນຮູບແບບ PDF ຕົວຢ່າງ: Adobe® Acrobat® Reader® 4.0 ຫຼື ສູງກວ່ານັ້ນ.