ເນື້ອໃນ ແລະ ເງື່ອນໄຂລວມໃນການຳໃຊ້ລະບົບຈົດທະບຽນສຳລັບເຈົ້າຂອງບັນຊີຜູ້ນຳໃຊ້
- ໃນການຮັບຮອງເນື້ອໃນ ແລະ ເງື່ອນໄຂລວມດັ່ງກ່າວນີ້, ລູກຄ້າໄດ້ກາຍເປັນເຈົ້າຂອງບັນຊີຂອງຜູ້ນຳໃຊ້ ຢູ່ໃນລະບົບຈົດທະບຽນ ການຄ້ຳປະກັນ ດ້ວຍສັງຫາລິມະຊັບ ຊຶ່ງຈະກຳນົດສິດ ແລະ ພັນທະຂອງເຈົ້າຂອງບັນຊີຜູ້ນຳໃຊ້ ຕາມທີ່ກຳນົດໄວ້ ຢູ່ໃນກົດໝາຍວ່າດ້ວຍ ການຄ້ຳປະກັນການປະຕິບັດສັນຍາ ແລະ ລະບຽບການທີ່ຖືກຮັບຮອງ ໂດຍສອດຄ່ອງກັບ ກົດໝາຍດັ່ງກ່າວ. ເນື້ອໃນ ແລະ ເງື່ອນໄຂລວມຂອງການນຳໃຊ້ສະບັບນີ້.
- ໂດຍການເປີດບັນຊີຂອງຜູ້ນຳໃຊ້ໃນລະບົບຈົດທະບຽນການຄ້ຳປະກັນ (ຕໍ່ໄປເອີ້ນວ່າ: “ຫ້ອງການຈົດທະບຽນ”) ເຈົ້າຂອງບັນຊີ ຜູ້ນຳໃຊ້ ຈະສາມາດເຂົ້ານຳໃຊ້ການບໍລິການຂອງຫ້ອງການຈົດທະບຽນ ຊຶ່ງບັນຈຸເອົາການບໍລິການດັ່ງນີ້:
- ການບໍລິການບັນຊີຜູ້ນຳໃຊ້;
- ການຈົດທະບຽນ ແລະ ການປ່ຽນແປງການຈົດທະບຽນຄ້ຳປະກັນຜ່ານລະບົບອອນລາຍ;
- ການຊອກຄົ້ນຖານຂໍ້ມູນຂອງຫ້ອງການຈົດທະບຽນຜ່ານລະບົບອອນລາຍ;
- ການອອກໃບຢັ້ງຢືນການຄ້ຳປະກັນໂດຍຫ້ອງການຈົດທະບຽນການຄ້ຳປະກັນ ໂດຍສອດຄ່ອງກັບກົດໝາຍການຄ້ຳປະກັນການປະຕິບັດສັນຍາ ແລະ ລະບຽບການທີ່ກ່ຽວຂ້ອງ;
- ການຮັກສາບົດລາຍງານການດຸນດ່ຽງບັນຊີຂອງເຈົ້າຂອງບັນຊີກັບຫ້ອງການຈົດທະບຽນ ແລະການເຂົ້າເຖິງບົດລາຍງານການດຸນດ່ຽງບັນຊີ ໂດຍເຈົ້າຂອງບັນຊີ;
- ການໃຫ້ການຊ່ວຍເຫຼືອດ້ານວິຊາການ - ການຊ່ວຍເຫຼືອດ້ານວິຊາການຂອງຫ້ອງການຈົດທະບຽນ ຢູ່ໃນຊົ່ວໂມງ ເຮັດວຽກ.
- ຫ້ອງການຈົດທະບຽນຕ້ອງເຮັດບັນຊີ ແລະ ເກັບຄ່າບໍລິການຈາກເຈົ້າຂອງບັນຊີສຳລັບການບໍລິການ ຈົດທະບຽນແຕ່ລະຄັ້ງ ເປັນຈຳນວນເງິນ ແລະ ວິທີການທີ່ກຳນົດໄວ້ໃນລະບຽບການທີ່ກ່ຽວຂ້ອງ.
- ໃນເວລາເປີດບັນຊີ ເຈົ້າຂອງບັນຊີມີພັນທະຈ່າຍເງິນຄ້ຳປະກັນເຂົ້າບັນຊີຂອງຫ້ອງການຈົດທະບຽນແລະ ຈຳນວນເງິນດັ່ງກ່າວ ແມ່ນບໍ່ໃຫ້ຕ່ຳກວ່າຈຳນວນເງິນ ທີ່ກຳນົດໄວ້ໃນລະບຽບການທີ່ກ່ຽວຂ້ອງ.
- ຫ້ອງການຈົດທະບຽນຈະຫັກເອົາຄ່າບໍລິການໃນແຕ່ລະຄັ້ງແບບອັດຕະໂນມັດ ສຳລັບການບໍລິການທີ່ໄດ້ສະໜອງໃຫ້ແກ່ເຈົ້າຂອງບັນຊີຈາກຈຳນວນເງິນທັງໝົດທີ່ຝາກໄວ້ໃນບັນຊີ.
- ຈະບໍ່ມີການຈ່າຍດອກເບ້ຍສຳລັບເງິນຄ້ຳປະກັນທີ່ເຈົ້າຂອງບັນຊີໄດ້ຈ່າຍເຂົ້າບັນຊີຂອງຫ້ອງການຈົດທະບຽນ.
- ຫ້ອງການຈົດທະບຽນບໍ່ມີພັນທະໃນການສະໜອງການບໍລິການທີ່ໄດ້ມີການອ້າງອີງເຖິງຢູ່ໃນຂໍ້ທີ 2 ຂ້າງເທິງນີ້ ຖ້າວ່າບັນຊີ ຂອງຜູ້ນຳໃຊ້ບໍ່ມີທຶນພຽງພໍສຳລັບການຈ່າຍຄ່າບໍລິການທີ່ຕົນຮ້ອງຂໍ.
- ຫ້ອງການຈົດທະບຽນຈະບໍ່ມີຄວາມຮັບຜິດຊອບຕໍ່:
- ຄວາມບໍ່ຖືກຕ້ອງຂອງຂໍ້ມູນທີ່ພິມເຂົ້າລະບົບໂດຍເຈົ້າຂອງບັນຊີຜ່ານບັນຊີຂອງຜູ້ນຳໃຊ້;
- ຄວາມເສຍຫາຍທີ່ເກີດຂຶ້ນຈາກ:
- ການນຳໃຊ້ທີ່ບໍ່ຖືກຕ້ອງ, ຜິດກົດໝາຍ ຫຼື ການສໍ້ໂກງ ດ້ວຍການນຳໃຊ້ຂໍ້ມູນໃດໜຶ່ງ ທີ່ໄດ້ຈາກຫ້ອງການ ຈົດທະບຽນ;
- ການນຳໃຊ້ທີ່ບໍ່ຖືກຕ້ອງ, ຜິດກົດໝາຍ ຫຼື ສໍ້ໂກງດ້ວຍການນຳໃຊ້ໃບຢັ້ງຢືນການຄ້ຳປະກັນ ທີ່ອອກໂດຍ ຫ້ອງການຈົດທະບຽນ ຫຼື ຜູ້ສະໜອງການບໍລິການໃຫ້ແກ່ປະຊາຊົນ;
- ການນຳໃຊ້ຂໍ້ມູນທີ່ໄດ້ຈາກຖານຂໍ້ມູນຂອງຫ້ອງການຈົດທະບຽນສຳລັບຈຸດປະສົງໃດໜຶ່ງ ຍົກເວັ້ນສິ່ງທີ່ໄດ້ມີການຄຸ້ມຄອງໂດຍກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ;
- ການນຳໃຊ້ຫ້ອງການຈົດທະບຽນລວມທັງການປ້ອນຂໍ້ມູນ, ການປ່ຽນແປງຂໍ້ມູນ, ການຊອກຄົ້ນຂໍ້ມູນ ຫຼື ການລຶບຂໍ້ມູນຢູ່ໃນຖານຂໍ້ມູນຂອງຫ້ອງການຈົດທະບຽນ.
- ການລະເມີດມາດຕະການຮັກສາຄວາມປອດໄພ ໂດຍເຈົ້າຂອງບັນຊີຫຼືຜູ້ນຳໃຊ້.
- ຄວາມບໍ່ສາມາດໃນການເຂົ້ານຳໃຊ້ລະບົບຈົດທະບຽນ ຊຶ່ງເກີດຂຶ້ນຍ້ອນບັນຫາເຕັກນິກຂອງອຸປະກອນ ທີ່ບໍ່ເປັນຂອງ ຫ້ອງການຈົດທະບຽນເປັນຕົ້ນ (ສາຍໂທລະສັບ ຫຼື ອຸປະກອນຊື່ສານອື່ນໆ).
- ການນຳເນີນການທີ່ປະຕິບັດໂດຍບຸກຄົນທີສາມ ຊຶ່ງໄດ້ຮັບອະນຸຍາດໂດຍເຈົ້າຂອງບັນຊີ ເພື່ອເຂົ້ານຳໃຊ້ລະບົບ ຈົດທະບຽນ ໃນນາມຜູ້ຕາງໜ້າທາງດ້ານກົດໝາຍ ຫຼື ໃນນາມເພື່ອຜົນປະໂຫຍດຂອງເຈົ້າຂອງບັນຊີ ແລະ ເພື່ອນຳໃຊ້ການບໍລິການຂອງຫ້ອງການຈົດທະບຽນໃນນາມ ແລະ ເພື່ອຜົນປະໂຫຍດຂອງເຈົ້າຂອງບັນຊີ.
- ການນຳເດີນການຂອງເຈົ້າຂອງບັນຊີໃນນາມຄົນກາງສຳລັບຝ່າຍທີສາມ ຫຼື ໃນກໍລະນີ ທີ່ເຈົ້າຂອງບັນຊີນຳໃຊ້ ການບໍລິການຂອງຫ້ອງການຈົດທະບຽນໃນນາມຂອງຕົນເອງ ຫຼື ໃນນາມຂອງບຸກຄົນທີສາມ ຕາມທີ່ຕົນໄດ້ຮັບ ອະນຸຍາດ.
- ເຈົ້າຂອງບັນຊີມີພັນທະຕ້ອງນຳໃຊ້ລະບົບຈົດທະບຽນ ໂດຍສອດຄ່ອງກັບຈຸດປະສົງ ແລະ ວິທີການທີ່ຖືກຄຸ້ມຄອງໂດຍກົດໝາຍ ຫຼື ລະບຽບການທີ່ຖືກຮັບຮອງຕາມກົດໝາຍ, ເນື້ອໃນ ແລະ ເງື່ອນໄຂລວມໃນການນຳໃຊ້ລະບົບຈົດທະບຽນສະບັບນີ້.
- ເຈົ້າຂອງບັນຊີໄດ້ປະກາດຢ່າງຈະແຈ້ງວ່າ ຕົນມີຄວາມຮັບຮູ້ຢ່າງພຽງພໍກ່ຽວກັບ ທຸລະກຳທີ່ຈະບັນທຶກເຂົ້າຢູ່ໃນ ລະບົບ ຈົດທະບຽນ ແລະ ບຸກຄົນທີ່ໄດ້ຮັບການມອບສິດຂອງຕົນ ສາມາດຈັດຕັ້ງປະຕິບັດທຸລະກຳ ໂດຍມີການຝຶກອົບຮົມທີ່ຈຳເປັນ ສຳລັບການນຳໃຊ້ ການບໍລິການຂອງຫ້ອງການຈົດທະບຽນ.
- ເຈົ້າຂອງບັນຊີມີສິດຢ່າງຜູກຂາດໃນການເປີດບັນຊີຍ່ອຍຂອງບັນຊີຂອງຜູ້ນຳໃຊ້ (ຕໍ່ໄປເອີ້ນວ່າ: “ບັນ ຊີຍ່ອຍ”).
- ເຈົ້າຂອງບັນຊີມີສິດໃນການມອບສິດໃຫ້ແກ່ບຸກຄົນໃດໜຶ່ງ ເພື່ອປະຕິບັດທຸລະກຳທີ່ກ່ຽວຂ້ອງ ກັບການນຳໃຊ້ບັນຊີ ແລະ ບັນຊີຍ່ອຍຂອງຜູ້ໃຊ້ລະບົບ.
- ເຈົ້າຂອງບັນຊີຕ້ອງຮັບຜິດຊອບຕໍ່:
- ຄວາມຖືກຕ້ອງ (ຄວາມຖືກຕ້ອງທີ່ສຳຄັນ) ຂອງບັນດາຂໍ້ມູນທີ່ພິມເຂົ້າໃນຖານຂໍ້ມູນຂອງຫ້ອງ ການຈົດທະບຽນ;
- ການນຳໃຊ້ຖານຂໍ້ມູນຂອງຫ້ອງການຈົດທະບຽນໄປທາງທີ່ບໍ່ຖືກຕ້ອງ;
- ການນຳໃຊ້ໃບຢັ້ງຢືນທີ່ອອກໂດຍຫ້ອງການຈົດທະບຽນ ໄປໃນທາງທີ່ບໍ່ຖືກຕ້ອງ;
- ການນຳໃຊ້ໃບຢັ້ງຢືນທີ່ອອກໃຫ້ໂດຍຫ້ອງການຈົດທະບຽນ ເພື່ອຈຸດປະສົງທີ່ຢູ່ນອກຂອບເຂດຂອງການຄຸ້ມຄອງໂດຍກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ;
- ການນຳໃຊ້ຂໍ້ມູນທີ່ໄດ້ຈາກຖານຂໍ້ມູນ ຂອງຫ້ອງການຈົດທະບຽນໄປໃນທາງທີ່ບໍ່ຖືກຕ້ອງ;
- ການນຳໃຊ້ຂໍ້ມູນທີ່ໄດ້ຈາກຖານຂໍ້ມູນ ຂອງຫ້ອງການຈົດທະບຽນ ໃນຈຸດປະສົງທີ່ຢູ່ນອກເໜືອຂອບເຂດ ຂອງການຄຸ້ມຄອງ ຂອງກົດໝາຍ ແລະ ລະບຽບການກ່ຽວກັບການຈົດທະະບຽນ;
- ການນຳໃຊ້ຫ້ອງການຈົດທະບຽນ ຊຶ່ງລວມເອົາແຕ່ບໍ່ຈຳກັດສະເພາະແຕ່ການປ້ອນຂໍ້ມູນ, ການປ່ຽນແປງຂໍ້ມູນ, ການຊອກຄົ້ນຂໍ້ມູນ ແລະ ການລຶບຂໍ້ມູນຢູ່ໃນຖານຂໍ້ມູນຂອງຫ້ອງການຈົດທະບຽນ ຊຶ່ງເປັນການລະເມີດ ລະບຽບກົດໝາຍ ແລະ ລະບຽບການກ່ຽວກັບການຈົດທະບຽນການຄ້ຳປະກັນ;
- ການນຳໃຊ້ຫ້ອງການຈົດທະບຽນ ຊຶ່ງລວມເອົາແຕ່ບໍ່ຈຳກັດສະເພາະແຕ່ການປ້ອນຂໍ້ມູນ, ການປ່ຽນແປງຂໍ້ມູນ, ການຊອກຄົ້ນຂໍ້ມູນ, ການລຶບຂໍ້ມູນທີ່ບັນຈຸຢູ່ໃນຖານຂໍ້ມູນ ຂອງຫ້ອງການຈົດທະບຽນ ຊຶ່ງບໍ່ສອດຄ່ອງກັບ ຈຸດປະສົງໃນການເຂົ້ານຳໃຊ້ ຖານຂໍ້ມູນຂອງຫ້ອງການຈົດທະບຽນ;
- ການລະເມີດລະບຽບການກ່ຽວກັບການຮັກສາຄວາມປອດໄພຂອງຫ້ອງການຈົດທະບຽນ;
- ການດຳເນີນການຂອງບຸກຄົນທີສາມ ທີ່ໄດ້ຮັບການມອບສິດໂດຍເຈົ້າຂອງບັນຊີ ເພື່ອນຳໃຊ້ການບໍລິການ ຂອງຫ້ອງການຈົດທະບຽນ ໃນນາມເປັນຕົວແທນຂອງເຈົ້າຂອງບັນຊີ.
- ຖ້າວ່າ ມີກໍລະນີໜຶ່ງ ຫຼື ຫຼາຍກໍລະນີທີ່ເຈົ້າຂອງບັນຊີຕ້ອງໄດ້ຮັບຜິດຊອບ ຕໍ່ການດຳເນີນການໃດໜຶ່ງ ທີ່ໄດ້ລະບຸໄວ້ ຕາມລາຍການຂ້າງເທິງນີ້, ເຈົ້າຂອງບັນຊີແມ່ນມີຄວາມຮັບຜິດຊອບ ຕໍ່ຄ່າເສຍຫາຍທີ່ເກີດຂຶ້ນ ໂດຍສອດຄ່ອງກັບ ລະບຽບການທົ່ວໄປກ່ຽວກັບຄວາມຮັບຜິດຊອບຕໍ່ຄວາມເສຍຫາຍທີ່ຕົນໄດ້ສ້າງຂຶ້ນ.
- ໃນເວລານຳໃຊ້ການບໍລິການຂອງຫ້ອງການຈົດທະບຽນ, ເຈົ້າຂອງບັນຊີມີພັນທະຕ້ອງປະຕິບັດ ຕາມມາດຕະການຮັກສາ ຄວາມປອດໄພ ຊຶ່ງໝາຍຄວາມວ່າເຈົ້າຂອງບັນຊີມີຄວາມຮັບຜິດຊອບຢ່າງເຕັມສ່ວນ:
- ລະຫັດຜ່ານ, ຊື່ຜູ້ນຳໃຊ້ ຫຼື ກົດລະຫັດສະເພາະລວມທັງການປ່ຽນກົດລະຫັດ ສະເພາະຕາມທາງເລືອກ ຂອງເຈົ້າຂອງບັນຊີ;
- ການນຳໃຊ້ກົດລະຫັດສະເພາະແບບໄດ້ຮັບການມອບສິດ ແລະ ບໍ່ໄດ້ຮັບການມອບສິດ;
- ການນຳໃຊ້ກົດລະຫັດສະເພາະແບບບໍ່ຖືກຕ້ອງ ໂດຍເຈົ້າຂອງບັນຊີ ແລະ ບຸກຄົນທີສາມ;
- ຫ້ອງການຈົດທະບຽນສະຫງວນສິດໃນການປ່ຽນແປງມາດຕະການຮັກສາຄວາມປອດໄພ ແລະ ນຳໃຊ້ອຸປະກອນຮັກສາ ຄວາມປອດໄພເພີ່ມເຕີມ ເພື່ອປັບປຸງການປົກປັກຮັກສາລະບົບຈົດທະບຽນ ແລະ ຜູ້ ນຳໃຊ້ຫ້ອງການຈົດທະບຽນ.
- ເຈົ້າຂອງບັນຊີໄດ້ຕົກລົງຢ່າງຈະແຈ້ງວ່າຈະຮັບຜິດຊອບຕໍ່ຄ່າໃຊ້ຈ່າຍທີ່ຕິດພັນຕໍ່ກັບການປ່ຽນແປງມາດ ຕາການຮັກສາຄວາມປອດໄພຫຼືການຕິດຕັ້ງເຄື່ອງອຸປະກອນໃໝ່ ຊຶ່ງໄດ້ເຮັດຂຶ້ນຍ້ອນມີການເປີດບັນຊີຂອງຜູ້ນຳໃຊ້.
- ເຈົ້າຂອງບັນຊີ ແລະ ຜູ້ນຳໃຊ້ທີ່ໄດ້ຮັບການມອບສິດບໍ່ມີສິດ:
- ເປີດເຜີຍກົດລະຫັດໂດຍມີເຈດຕະນາຫຼຶບໍ່ມີເຈດຕະນາ ຫຼື ເອົາກົດລະຫັດໃຫ້ບຸກຄົນທີ່ບໍ່ໄດ້ຮັບສິດນຳໃຊ້;
- ສະໜອງການເຂົ້ານຳໃຊ້ກົດລະຫັດແບບມີເຈດຕະນາ ຫຼື ບໍ່ມີເຈດຕະນາໃຫ້ແກ່ບຸກຄົນທີ່ບໍ່ໄດ້ຮັບອະນຸຍາດ;
- ເປີດເຜີຍລາຍລະອຽດກ່ຽວກັບລະບົບຮັກສາຄວາມປອດໄພ ຂອງຫ້ອງການຈົດທະບຽນ ທີ່ກ່ຽວພັນກັບອຸປະກອນ ຄອມພີວເຕີ ແລະ ກົດລະຫັດ;
- ດຳເນີນການໃດໜຶ່ງທີ່ເຮັດໃຫ້ເກີດຂໍ້ຜິດພາດ ຫຼື ມີການທຳລາຍຂໍ້ມູນທີ່ໄດ້ຈາກລະບົບຈົດທະບຽນ ຫຼື ໂປຼແກມ ຄອມພີວເຕີ ພ້ອມທັງການດຳເນີນການໃດໜຶ່ງ ຊຶ່ງເຮັດໃຫ້ຂໍ້ມູນດັ່ງກ່າວບໍ່ມີຄວາມໝາຍ ແລະ ບໍ່ສາມາດ ນຳໃຊ້ໄດ້ ຫຼື ບໍ່ມີປະສິດຕິພາບ;
- ປ່ຽນແປງຮູບຮ່າງໜ້າຕາ ຫຼື ເນື້ອໃນຂອງຈໍຄອມພີວເຕີ ແລະ ຂໍ້ມູນທີ່ບັນທຶກຈາກຖານຂໍ້ມູນຈົດທະບຽນ ຫຼື ຫ້ອງການຈົດທະບຽນທີ່ໄດ້ຂໍ້ມູນດັ່ງກ່າວມາຈາກ ຫຼື ເພື່ອແຈກຢາຍຂໍ້ມູນດັ່ງກ່າວ.
- ເຈົ້າຂອງບັນຊີສາມາດຍົກເລີກບັນຊີຂອງຜູ້ນຳໃຊ້ດ້ວຍເຫດຜົນໃດໜຶ່ງ ດ້ວຍການສົ່ງແຈ້ງການ ຢ່າງເປັນລາຍລັກອັກສອນ ກ່ຽວກັບການຍົກເລີກບັນຊີ ໃຫ້ແກ່ຫ້ອງການຈົດທະບຽນການຄ້ຳປະກັນ. ແຈ້ງການດັ່ງກ່າວນັ້ນ ຕ້ອງສົ່ງໂດຍຈົດໝາຍ ລົງທະບຽນ ຫຼື ດ້ວຍວິທີການອື່ນລວມທັງການນຳສົ່ງດ້ວຍບຸກຄົນ. ບັນຊີດັ່ງກ່າວຈະຖືວ່າຖືກປິດ ໃນເວລາຫ້ອງການ ຈົດທະບຽນໄດ້ຮັບແຈ້ງການ ກ່ຽວກັບການຍົກເລີກບັນຊີ ແລະ ໃນເວລາບັນຊີດັ່ງກ່າວ ໄດ້ຖືກປິດຢູ່ໃນລະບົບ ຈົດທະບຽນການຄ້ຳປະກັນ.
- ໃນກໍລະນີມີການລະເມີດຂໍ້ 13 ແລະ ຂໍ້ 15 ຢູ່ໃນເອກະສານສະບັບນີ້ ໂດຍເຈົ້າຂອງບັນຊີ, ຫ້ອງ ການຈົດທະບຽນມີສິດປິດ ບັນຊີຂອງຜູ້ນຳໃຊ້ ແລະ ນຳໃຊ້ມາດຕະການອື່ນໆຕາມກົດໝາຍ ແລະ ລະ ບຽບການທີ່ສ້າງຂຶ້ນຕາມກົດໝາຍ.
- ໃນກໍລະນີມີການປິດບັນຊີຂອງຜູ້ນຳໃຊ້ ຫ້ອງການຈົດທະບຽນມີພັນທະຕ້ອງສົ່ງເງິນຄ້ຳປະກັນ ສຳລັບຄ່າບໍລິການ ໃນຈຳນວນເງິນ ທີ່ຍັງເຫຼືອ ຄືນໃຫ້ແກ່ເຈົ້າຂອງບັນຊີ ໂດຍສອດຄ່ອງກັບຄຳສັ່ງແນະນຳ ສະເພາະກ່ຽວກັບການຄຸ້ມຄອງບັນຫານີ້.
- ເຈົ້າຂອງບັນຊີຈະບໍ່ໄດ້ຮັບອະນຸຍາດໃຫ້ດຳເນີນທຸລະກຳກ່ຽວກັບທຶນທີ່ຝາກໄວ້ຢູ່ໃນບັນຊີຂອງຜູ້ນຳໃຊ້ຫ້ອງການຈົດທະບຽນ (ເຊັ່ນ: ການຖອນທຶນ, ການໂອນທຶນ ດັ່ງກ່າວໃຫ້ແກ່ຜູ້ນຳໃຊ້ລາຍອື່ນ ຫຼື ການດຳເນີນການທີ່ຄ້າຍຄືກັນນັ້ນ).
- ບັນຊີຂອງຜູ້ນຳໃຊ້ຈະຖືກເປີດຫຼັງຈາກເຈົ້າຂອງບັນຊີໄດ້ດຳເນີນການດັ່ງນີ້:
- ພິມ, ເຊັນເນື້ອໃນ ແລະ ເງື່ອນໄຂລວມຂອງການນຳໃຊ້ລະບົບສະບັບນີ້;
- ສຳລັບນິຕິບຸກຄົນຕ້ອງສົ່ງສຳເນົາໃບທະບຽນວິສາຫະກິດທີ່ອອກໂດຍອົງການທີ່ມີສິດອຳນາດ; ສຳລັບບຸກຄົນຕ້ອງສົ່ງສຳເນົາບັດປະຈຳຕົວປະຊາຊົນໃຫ້ແກ່ຫ້ອງການຈົດທະບຽນ;
- ສົ່ງສຳເນົາເນື້ອໃນ ແລະ ເງື່ອນໄຂລວມໃນການນຳໃຊ້ລະບົບ ທີ່ໄດ້ລົງລາຍເຊັນຮັບຮອງແລ້ວ ແລະ ເອກະສານ ອື່ນໆຕາມຂໍ້ (b) ຂ້າງເທິງນີ້ ໃຫ້ແກ່ຫ້ອງການຈົດທະບຽນ;
- ຈ່າຍເງິນຄ້ຳປະກັນຕາມທີ່ກຳນົດໄວ້ຢູ່ໃນຂໍ້ (c) ຂອງເອກະສານສະບັບນີ້ຕາມລະບຽບການທີ່ກ່ຽວຂ້ອງ.
- ເຈົ້າຂອງບັນຊີໄດ້ປະກາດຢ່າງຈະແຈ້ງວ່າຕົນໄດ້ອ່ານເຂົ້າໃຈ ແລະ ຕົກລົງຮັບເອົາເນື້ອໃນ ແລະ ເງື່ອນໄຂລວມໃນການນຳໃຊ້ ລະບົບຈົດທະບຽນຕາມເອກະສານສະບັບນີ້.